ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ ສະເໜີຕົ້ນແບບຍົນສູ້ຮົບ KF-X ​ເປັນ​ຄັ້ງ​ທຳ​ອິດ


ຍົນສູ້ຮົບ KF-X

     ຕາມຂ່າວຈາກ AFP ໃຫ້ຮູ້ ວ່າ: ສ ເກົາຫຼີ ໄດ້ສະເໜີຕົ້ນແບບຂອງ ຍົນສູ້ຮົບໃໝ່ຮຸ່ນ KF-X ມີຂະໜາດເທົ່າກັບຍົນຈິງ, ເຊິ່ງເປັນຄັ້ງທໍາອິດທີ່ມີການພັດທະນາຍົນຮຸ່ນ
ດັ່ງກ່າວຮ່ວມກັນກັບ ອິນໂດເນເຊຍພາຍຫຼັງ ໂຄງການດັ່ງກ່າວໄດ້ຜ່ານການທົດລອງຂັ້ນຕອນທີ່ສໍາຄັນທາງດ້ານການອອກແບບຕົວຈິງ.

     ຍົນສູ້ຮົບຮຸ່ນ KF-X ປັດຈຸບັນກໍາລັງຢູ່ໃນການພັດທະນາຂອງ ບໍລິສັດ ເຄເອໄອ ເພື່ອໃຫ້ເປັນຍົນສູ້ຮົບຮຸ່ນໃໝ່ທີ່ມີລາຄາຖືກ, ມີຄວາມລຶກລັບກວ່າຍົນສູ້ຮົບຮຸ່ນ F-35
ຂອງ ສະຫະລັດ ແລະ ກອງທັບ ເກົາຫຼີໃຕ້ ມີແຜນທີ່ຈະເອົາຍົນສູ້ຮົບຮຸ່ນດັ່ງກ່າວເຂົ້າປະຈໍາການ ເພື່ອທົດແທນໃຫ້ແກ່ຍົນສູ້ຮົບຮຸ່ນເກົ່າທີ່ມີຢູ່ໃນ ກອງທັບອາກາດ ສ ເກົາຫຼີ
ເກືອບທັງໝົດພ້ອມທັງຜະລິດເພື່ອຂາຍໃຫ້ແກ່ປະເທດອື່ນ.

     ເຈົ້າໜ້າທີ່ຂອງບໍລິສັດ ເຄເອໄອ ໄດ້ໃຫ້ຮູ້ວ່າ: ບໍລິສັດມີແຜນການທີ່ຈະທົດລອງທາງດ້ານພາກພື້ນດິນ ແລະ ທາງອາກາດ ໃນປີ 2021-2022 ທີ່ຈະມາເຖິງ. ສ ເກົາຫຼີ
ແລະ ອິນໂດເນເຊຍ ໄດ້ຕົກລົງຮ່ວມກັນເພື່ອພັດທະນາ ຍົນສູ້ຮົບຮຸ່ນ KF-X ເມື່ອປີ 2014 ດ້ວຍວົງເງີນໃນໂຄງການ 7,5 ຕື້ລ້ານ ວອນ ໂດຍອິນໂດເນເຊຍ ຈະອອກຄ່າໃຊ້
ຈ່າຍຈໍານວນ 20%.

     ໂຄງການຜະລິດຍົນສູ້ຮົບ KF-X ຍັງພົບຄວາມຫຍຸ້ງຍາກບາງບັນຫາ ສະນັ້ນ ສ ເກົາຫຼີ ຕ້ອງໄດ້ພັດທະນາທາງດ້ານເຕັກໂນໂລຢີບາງພາກສ່ວນທີ່ສໍາຄັນ ຫຼັງຈາກສະ
ຫະລັດປະຕິເສດທີ່ຈະອະນຸມັດໃຫ້ໃຊ້ລະບົບຣາດາຂອງ ສະຫະລັດ.