ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດ ປະສົບ​ຜົນສຳ​ເລັດ​ໃນ​ການ​ທົດ​ລອງ​ອາວຸດ​ທີ່​ມີ​ຄວາມ​ໄວ​ເໜືອສຽງ


     ຕາມຂ່າວຈາກ ໜັງສືພິມເອເລັກໂຕຣນິກ ຂອງກອງທັບປະຊາຊົນ ຫວຽດນາມ ສະບັບວັນທີ 11 ກັນຍາ 2019 ນີ້ວ່າ: ສູນທົດລອງເທັກໂນໂລຢີຂອງ ກອງທັບ ອາ
ກາດສະຫະລັດອາເມຣິກາ ໄດ້ປ່ອຍຄລິບໃນ YouTube, ເຊິ່ງເປັນຄລິບການທົດລອງປ່ອຍອຸປະກອນການບິນທີ່ມີຄວາມໄວເໜືອສຽງແບບໃໝ່ຢູ່ທີ່ຖານທັບອາກາດ
Holloman, ລັດນິວເມັກຊິກໂກ. ໃນຄລິບ, ອຸປະກອນການບິນທີ່ທົດລອງໄດ້ບັນລຸຄວາມໄວສູງ ສຸດ Mach 8,6 ຫຼື ປະມານ 10.620 ກິໂລແມັດຕໍ່ຊົ່ວໂມງ.

     ອີງຕາມຮູບພາບທີ່ຖືກເຜີຍແຜ່,ອຸປະກອນທີ່ມີຄວາມໄວເໜືອສຽງນີ້ ໄດ້ໃຊ້ລະບົບສະໄລ້ພິເສດເພື່ອບັນລຸຄວາມໄວໃນການບິນສູງສຸດ. ການທົດລອງໃນຄັ້ງນີ້ຖືວ່າ
ເປັນການຢັ້ງຢືນເຖິງຄວາມເຂັ້ມແຂງຂອງສະຫະລັດ ໃນການພັດທະນາອາວຸດເສິກທີ່ມີຄວາມໄວເໜືອສຽງ ໃນອານາຄົດເພື່ອໃຫ້ທຽບເທົ່າກັບ ຣັດເຊຍ ແລະ ຈີນ. ການ
ທົດລອງຍານພາຫະນະ ທີ່ບິນດ້ວຍຄວາມໄວເໜືອສຽງ ເຊິ່ງມັນສາມາດບິນຢູ່ໃນລະດັບ ຄວາມສູງຕໍ່າໃນຄັ້ງນີ້ ສະແດງໃຫ້ເຫັນວ່າ ສະຫະລັດ ໄດ້ປະສົບຄວາມສຳເລັດ
ໃນການຜະລິດວັດຖຸທີ່ສາມາດທົນທານກັບອຸນຫະພູມສູງເມື່ອມັນບິນດ້ວຍຄວາມໄວສູງ ແລະ ປະສົບຄວາມສຳເລັດໃນການສ້າງເຄື່ອງຈັກຂອງລູກສອນໄຟ. ເຖິງຢ່າງ
ໃດກໍຕາມ, ການນຳໃຊ້ໂປຣແກມດັ່ງກ່າວເຂົ້າໃນບັນດາອາວຸດຍຸດໂທປະກອນທີ່ມີຄວາມໄວ ເໜືອສຽງ ແບບໃໝ່ນັ້ນຍັງຕ້ອງໃຊ້ເວລາຫຼາຍພໍສົມຄວນໃນການດັດແກ້
ຈຸດຕ່າງໆ ເພື່ອໃຫ້ສົມບູນແບບ.

     ອີງຕາມເວັບໄຊ The Drive, ເຖິງແມ່ນວ່າຄລິບການທົດລອງອຸປະກອນການບິນທີ່ມີຄວາມໄວເໜືອສຽງແບບໃໝ່ນີ້ ຖືກເຜີຍແຜ່ອອກມາເພື່ອແນໃສ່ໃນການກວດ
ກາສ່ວນປະກອບຂອງອຸປະກອນ, ຄວາມສາມາດໃນການເພີ່ມຄວາມໄວຂອງຈັກອາຍພົ່ນ, ແຕ່ຂໍ້ມູນສໍາຄັນອື່ນໆທີ່ກ່ຽວຂ້ອງຍັງຖືກຮັກສາໄວ້ເປັນຄວາມລັບ.

     ນັບແຕ່ຕົ້ນປີນີ້, ສະຫະລັດ ໄດ້ຍູ້ແຮງບັນດາໂຄງການພັດທະນາອາວຸດຮຸ່ນໃໝ່ທີ່ມີຄວາມໄວກວ່າສຽງ, ເຊິ່ງເມື່ອເດືອນ ກໍລະກົດ 2019 ກອງທັບອາກາດຂອງ ສະຫະ
ລັດ ໃຫ້ຮູ້ວ່າພວກເຂົາກໍາລັງປະຕິບັດ 7 ໂຄງການກ່ຽວກັບອາວຸດໃໝ່ໃນນີ້ມີ 2 ໂຄງການທີ່ເປັນຄວາມລັບສູງສຸດ.

     ບັນດາໂຄງການດັ່ງກ່າວໄດ້ມອບໃຫ້ບໍລິສັດ Lockheed Martin, ບໍລິສັດ Boeing ແລະ ບໍລິສັດ Raythe-on ເປັນຜູ້ອອກແບບ ແລະ ຜະລິດ.

     ນອກຈາກນັ້ນ, ປັດຈຸບັນ ສະຫະລັດ ກໍາລັງລົງມືສ້າງລູກສອນໄຟ Valkyrie ເພື່ອຕ້ານກັບລູກສອນ ໄຟ Zircon ຂອງຣັດເຊຍ.