ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຕ້ຫວັນ ມີ​ແຜນ​ພັດທະນາລົດຫຸ້ມເກາະ Leopard 8x8 ລຸ້ນ​ໃໝ່


ລົດຫຸ້ມເກາະ CM-34 Cloud Leopard 8x8 ລຸ້ນໃໝ່

     ເວັບໄຊ້ Taiwan News ລາຍງານ: ໄຕ້ຫວັນຈະພັດທະນາລົດຫຸ້ມເກາະເພື່ອສະໜັບສະໜູນ ການຍິງໃຫ້ມີຄວາມແມ້ນຢໍາສູງຢູ່ເທິງລົດຫຸ້ມເກາະ
CM-34 Cloud Leopard 8x8 ລຸ້ນຕິດ ອາວຸດຂະໜາດ 105 ມມ.

     Leopard 8x8 ຈະໄດ້ຮັບການຕິດຕັ້ງປືນໃຫຍ່ຂະໜາດ 105 ມມ ໜຶ່ງກະບອກ, ທີ່ຜະລິດໂດຍສະຫະລັດອາເມຣິກາ,105 ມມ, ສາມາດຍິງລູກ
ກະສຸນໄດ້ 4 ປະເພດຄື: ກະສຸນເຈາະເກາະ, ທໍາລາຍເກາະ, ກະສຸນລະເບີດທໍາລາຍລ້າງສູງທີ່ສາມາດທໍາລາຍປ້ອມສັດຕູທີ່ສ້າງຂຶ້ນຈາກຄອນກີດ ແລະ ກະ
ສຸນໃຊ້ຍິງທະຫານ ຮາບໃນກາງແຈ້ງ.

     ນອກຈາກນີ້, ໄຕ້ຫວັນຍັງປະກາດວ່າ: ຈະເດີນໜ້າຜະລິດ ລົດຫຸ້ມເກາະ CM-34 ທີ່ຜະລິດ ພາຍໃນປະເທດຈໍານວນຫຼາຍຕາມແຜນການແລ້ວຈະ
ຕ້ອງຜະລິດໃຫ້ໄດ້ຢ່າງຕໍ່າ 284 ຄັນ ເພື່ອປະກອບໃຫ້ກອງທັບ ໃຫ້ມີຄວາມຮັບປະກັນໃນການປົກປ້ອງອະທິປະໄຕຂອງຊາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/08/2021