ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍລະມັນ ສໍາເລັດການຕິດຕັ້ງປືນໃຫ່ຍ່​ໃສ່​ລົດ​ຕັງ


ຕິດຕັ້ງປືນໃຫ່ຍ່ໃສ່ລົດຕັງ

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ລາຍງານໃຫ້ຮູ້ວ່າ: ບໍລິສັດຜະລິດອຸປະກອນດ້ານການທະຫານຂອງ ເຢຍລະມັນ ໄດ້ສໍາເລັດການຕິດຕັ້ງປືນ
ໃຫຍ່ NG 130 ຂະໜາດ 130 ມມ ໃສ່ລົດຕັງຂອງ ຣັດເຊຍ ລຸ້ນ T-14 Armata, ເຊິ່ງປັດຈຸບັນຍັງຢູ່ໃນຂັ້ນຕອນການທົດລອງ ແລະ ຄາດວ່າຈະນໍາເຂົ້າປະຈໍາການໃນ
ກອງທັບໃນມໍ່ໆນີ້.

     ພາຍຫຼັງສົງຄາມເຢັນໄດ້ສິ້ນສຸດລົງ, ຫຼາຍປະເທດໃນເອີຣົບ ໄດ້ສຸມໃສ່ພັດທະນາບັນດາພາຫະນະສູ້ຮົບລຸ້ນຕ່າງໆ ຂອງກອງທັບຕົນເພື່ອໃຫ້ມີຄວາມທັນສະໄໝ ແລະ
ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນກອງທັບເຮືອ ສະຫະລັດອາເມຣິກາ ມີສະໜາມຮົບຕົວຈິງຂອງຍຸກສະໄໝ. ເມື່ອປີ 2015 ຜ່ານມາ ຣັດເຊຍ ກໍໄດ້ສໍາ
ເລັດການພັດທະນາ ລົດຕັງ T-14 Armata, ເຊິ່ງເປັນລຸ້ນທີ່ມີຄວາມໂດດເດັ່ນ ແລະ ທັນສະໄໝ ກວ່າລົດຕັງລຸ້ນທີ່ຜ່ານມາເຊັ່ນ: T-72, T-80, T-90 ຂອງ ຣັດເຊຍ
ເພາະ T-14 Armata ເປັນລົດຕັງທີ່ຜະລິດຂຶ້ນໃໝ່ທັງໝົດ ເຊິ່ງບໍ່ໄດ້ຍົກລະດັບຄືລຸ້ນອື່ນ.

     ຜູ້ຊ່ຽວຊານດ້ານການທະຫານຂອງ ເອີຣົບ ກ່າວວ່າ: ລົດຕັງ T-14 Armata ຂອງ ຣັດເຊຍ ເປັນລົດຕັງທີ່ມີຂະໜາດໃຫຍ່ ເຊິ່ງສາມາດຮອງຮັບການຕິດຕັ້ງປືນໃຫຍ່
152 ມມ ໄດ້ຢ່າງລົງຕົວ ແລະ ມີຄວາມສາມາດຍິງທໍາລາຍເປົ້າໝາຍໄດ້ໄກເຖິງ 10 ກິໂລແມັດ, ນອກຈາກນັ້ນເລົາຍິງສົ່ງຂອງປືນໃຫຍ່ຍັງສາມາດຍິງ ລູກສອນໄຟນໍາ
ວິຖີໄດ້.