ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ ຜະລິດ​ກຳ​ປັ່ນ​ບັນທຸກ​ຍົນ​ລຳ​ທຳ​ອິດ ​ເພື່ອຈະ​ມອບ​ໃຫ້​ກອງທັບ​ເຮືອຂອງ​ຕົນ​ ໃນ​ປີ 2021


ກຳປັ່ນບັນທຸກເຮືອບິນ

     ທ່ານ ພົນໂທ ຊາກ ເສນາ ຜູ້ຮັບຜິດຊອບການຜະລິດ ແລະ ການຈັດຊື້ກຳປັ່ນຂອງ ອິນເດຍກ່າວວ່າ: ກຳປັ່ນບັນທຸກຍົນ “ວີຄຣານທ໌” ທີ່ອິນເດຍຜະລິດລຳທຳອິດຈະ
ມອບໃຫ້ກອງທັບເຮືອຂອງຕົນໃນເດືອນກຸມພາປີ 2021 ແລະ ຄາດວ່າຈະເລີ່ມປະຕິບັດການໃນປີ 2023.

     ທ່ານ ຊາກເສນາ ໄດ້ກ່າວໃນກອງປະຊຸມສຳມະນາທີ່ຈັດຂຶ້ນຢູ່ ນິວເດັນລີ ໃນມື້ດຽວກັນວ່າ: ການທົດລອງເບື້ອງຕົ້ນຂອງກຳປັ່ນບັນທຸກເຮືອບິນ “ວີຄຣານທ໌” ຈະດຳ
ເນີນງານແຕ່ເດືອນ ກຸມພາ ຫາເດືອນ ມີນາ ປີໜ້າ, ຫຼັງຈາກນັ້ນຈະດຳເນີນການທົດລອງ ແລະ ເທິ່ງໜ້ານ້ຳ, ສ່ວນການທົດລອງການບິນຈະດຳເນີນງານຫຼັງຈາກ ມອບໃຫ້
ກອງທັບເຮືອຂອງຕົນໃນປີ 2021.

     ກຳປັ່ນ “ວີຄຣານທ໌ ມີປະລິມານດັນນ້ຳ ຫຼື displa­cement ປະມານ 4 ໝື່ນໂຕນ, ກຳປັ່ນມີລວງຍາວຍາວປະມານ 260 ແມັດ, ກວ້າງ 60 ແມັດ, ສາມາດບັນທຸກ
ເຮືອບິນໄດ້ປະມານ 30 ລໍາ. ວຽກງານອອກແບບກຳປັ່ນບັນທຸກເຮືອບິນລຳດັ່ງກ່າວໄດ້ເລີ່ມຕົ້ນໃນປີ 1999, ໄດ້ປ່ອຍລົງນ້ຳຢ່າງເປັນທາງການແຕ່ ເດືອນສິງຫາປີ 2013.
ໃນຂະບວນການຜະລິດ, ຍ້ອນຕົ້ນທຶນສູງຂຶ້ນ ແລະ ປະສົບຄວາມຫຍຸ້ງຍາກໃນການຈັດຊື້ອຸປະກອນ, ທັງຂາດບົດຮຽນດ້ານການຜະລິດ ແລະ ສາເຫດອື່ນໆ ຈຶ່ງເຮັດໃຫ້
ການຜະລິດຖືກແກ່ຍາວຫຼາຍເທື່ອກ່ອນຈະສຳເລັດຜົນ.