ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະ​ເທດ​ສະຫະພັນອາຣັບເອມິເຣດ ຕ້ອງການ​ຊື້​ເຄື່ອງບິນ​ເຕີມ​ນ້ຳມັນ​ກາງ​ອາກາດ


ເຄື່ອງບິນເຕີມນໍ້າມັນກາງອາກາດ

     ຕາມຂ່າວຈາກໜັງສືພິມເອເລັກໂຕຣນິກຂອງກອງທັບປະຊາຊົນຫວຽດນາມລາຍງານໃຫ້ຮູ້ວ່າ: ສະຫະພັນອາຣັບເອມິເຣດ (UAE) ມີຄວາມຕ້ອງການຢາກຊື້ເຄື່ອງ
ບິນເຕີມນໍ້າມັນກາງອາກາດ KC-46A Pegasus ຈຳນວນ 3 ລຳ ຈາກບໍລິສັດໂບອິ້ງຂອງສະຫະລັດ.

     ຖ້າມີການລົງນາມສັນຍາຈິງ, UAE ຖືວ່າເປັນລູກຄ້າຕ່າງປະເທດອີກລາຍໜຶ່ງຂອງ KC-46A Pegasus ຖັດຈາກອິນໂດເນເຊຍ, ອິດສະຣາແອນ, ນອກແວ, ກາຕາ
ແລະ ບັນດາປະເທດສະມາຊິກນາໂຕ.

     ນີ້ເປັນການຕັດສິນໃຈທີ່ສ້າງຄວາມປະຫຼາດໃຈພໍສົມຄວນເພາະວ່າປັດຈຸບັນ UAE ກໍາລັງນໍາໃຊ້ເຄື່ອງບິນເຕີມນໍ້າມັນກາງອາກາດຮຸ່ນ A330 ຈຳນວນ 3 ລຳ ທີ່ທາງ
ບໍລິສັດ ແອບັດສ ດັດແປງມາຈາກເຮືອບິນພົນລະເຮືອນຮຸ່ນ A330-200.

     ການທີ່ UAE ຊື້ KC-46A Pegasus ເຂົ້າມາຕື່ມອີກນັ້ນຈະເຮັດໃຫ້ກອງທັບອາກາດຂອງ UAE ຕ້ອງລົງທຶນເພີ່ມອີກໃນການສ້າງພື້ນຖານໂຄງລ່າງເປັນຕົ້ນແມ່ນ
ການບໍາລຸງຮັກສາເຕັກນິກ, ການເຝິກອົບຮົມນັກບິນ, ເພາະວ່າ KC-46A Pegasus ແລະ A330 ເປັນເຄື່ອງບິນສອງຊະນິດທີ່ແຕກຕ່າງກັນ.

     KC-46A Pegasus ຖືວ່າເປັນເຄື່ອງບິນເຕີມນໍ້າມັນກາງອາກາດໃນອະນາຄົດຂອງກອງທັບ ອາກາດສະຫະລັດອາເມຣິກາ ແລະ ເປັນ ‘‘ຖັງນໍ້າມັນບິນ’’ ທີ່ລໍ້າຍຸກທີ່
ສຸດໃນໂລກ, ເພາະມັນມີທໍ່ສົ່ງນໍ້າມັນຊະນິດແຂງ ແລະ ອ່ອນ. KC-46A Pegasus ສາມາດບັນຈຸນໍ້າມັນໄດ້ຫລາຍເຖິງ 96 ໂຕນ ແລະ ສາມາດເຕີມນໍ້າມັນໃຫ້ກັບເຮືອ
ບິນທຸກຊະນິດທີ່ມີປີກຄົງທີ່ (ສາມາດເຕີມໃຫ້ສອງລຳພ້ອມກັນ) ດ້ວຍຄວາມໄວ 4.500 ລິດຕໍ່ນາທີ. ບິນດ້ວຍຄວາມໄວ 920 ກິໂລແມັດຕໍ່ຊົ່ວໂມງ, ວົງລັດສະໝີເຄື່ອນ
ໄຫວ ແມ່ນ 12.000 ກິໂລແມັດ. ນອກຈາກນັ້ນ KC-46A Pegasus ຍັງສາມາດລໍາລຽງຂົນສົ່ງຜູ້ໂດຍສານ, ທະຫານ, ສິນຄ້າ... ອີງຕາມໜ້າທີ່ໆໄດ້ຮັບມອບໝາຍ.

     KC-46A Pegasus ຖືກພັດທະນາມາຈາກເຮືອບິນໂດຍສານພົນລະເຮືອນໂບອິ້ງ 767 ທີ່ມີສອງຈັກ, ເປັນໜຶ່ງໃນບູລິມະສິດສັ່ງຊື້ຂອງກອງທັບອາກາດສະຫະລັດອາ
ເມຣິກາ, ເຊິ່ງມີແຜນຈະຊື້ 179 ລຳເພື່ອມາປ່ຽນແທນ KC-135 ທີ່ໃຊ້ມາຕັ້ງແຕ່ປີ 1957.