ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ກຳລັງ​ພັດທະນາ​ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຕັງ​ຮຸ້ນ​ໃໝ່


ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດຫຸ້ມເກາະຮຸ້ນ​ໃໝ່

     ທ່ານ ເບແກຣນ ໂອເດິບ ຜູ້ອໍານວຍການຂອງບໍລິສັດ Ros­tec State Corporation ກ່າວວ່າ, ທາງບໍລິສັດ KBP Instru­ment Design
Bureau ເຊິ່ງເປັນບໍລິສັດໃນເຄືອດຽວກັນໄດ້ເລີ່ມຕົ້ນພັດທະນາລູກສອນໄຟນໍາວິຖີຕໍ່ຕ້ານ ລົດຫຸ້ມເກາະຮຸ້ນ ໃໝ່ທີ່ສາມາດທໍາລາຍເປົ້າໝາຍໄດ້ຢ່າງ
ແມ່ນຢຳ. ໄດ້ແກ່ລົດຫຸ້ມເກາະຕີນຢາງ, ລົດຕັງ, ລົດຫຸ້ມເກາະແບບຕ່າງໆ ແລະ ເປົ້າໝາຍ ຮູບແບບເຮືອບິນບໍ່ມີຄົນຂັບ (UAV) ໄດ້.

     ໃນປັດຈຸບັນນີ້, ຍັງບໍ່ມີລະບົບລູກສອນໄຟນໍາວິຖີຕໍ່ຕ້ານ ລົດຕັງແບບໃດທີ່ສາມາດຍິງຍົນບໍ່ມີຄົນຂັບໄດ້ຢ່າງມີປະສິດທິພາບ ເນື່ອງຈາກລູກສອນ
ໄຟຕໍ່ຕ້ານນັ້ນມີນໍ້າໜັກເບົາ ແລະ ມີໄລຍະການຍິງບໍ່ໄດ້ໄກເທົ່າທີ່ຄວນສໍາຄັນທີ່ສຸດຄືລະບົບນໍາວິຖີທັງແບບ SACLOS ທີ່ບໍ່ມີສະຖຽນ ລະພາບໃນ
ການຍິງເປົ້າໝາຍ ຫຼື ລະບົບ IR ທີ່ເປັນຄືນຄວາມຖີ່ແນວລະຄືນກັບທີ່ໃຊ້ໃນການຈັບເປົ້າໝາຍຂອງລົດຫຸ້ມເກາະ.