ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍມີ​ແຜນ​ທີ່​ຈະ​ປະກອບ​ ລົດ​ຕັງ T-90M Proryv-3 ​ໃຫ້​ກອງທັບ​ຂອງຕົນ​ເອງ


ລົດ​ຕັງ T-90M Proryv-3

     ຕາມຂ່າວຈາກ QĐND Online ລາຍງານໃຫ້ຮູ້ວ່າ: ທ່ານ ພົນເອກ Oleg Salyukov ຜູ້ບັນຊາການ ກອງທັບ ຣັດເຊຍ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ, ກອງທັບ ຣັດ
ເຊຍ ກໍາລັງຈະໄດ້ຮັບການປະກອບລົດຕັງທີ່ມີການຍົກລະດັບໃໝ່ T-90M Proryv-3 ໃຫ້ແກ່ກອງທັບຣັດເຊຍ.

     ທ່ານ Oleg Salyukov ຍັງໄດ້ໃຫ້ຮູ້ຕື່ມອີກວ່າໃນການຈັດສົ່ງ ລົດຕັງ T-90M ໄດ້ຖືກດໍາເນີນງານພາຍໃຕ້ການເຊັນສັນຍາລະຫວ່າງ ກະຊວງປ້ອງກັນປະເທດ ຣັດ
ເຊຍ ແລະ ໂຮງງານ Uralvagonzavod ທີ່ໄດ້ລົງນາມໃນງານວາງສະແດງອາວຸດຍຸດໂທປະກອນທາງການທະຫານ ເມື່ອ ເດືອນມິຖຸນາ ປີ 2019 ທີ່ຜ່ານມາ. ຄຽງຄູ່ກັບ
ການສັ່ງຊື້ ລົດຕັງ T-90M ຮຸ່ນໃໝ່ ແລະ ກອງທັບ ຣັດເຊຍ ຍັງໄດ້ປັບປຸງລົດຖັງ T-90A ທີ່ມີຢູ່ແລ້ວ.

     ຕາມຂ່າວຍັງບໍ່ໄດ້ໃຫ້ລາຍລະອຽດວ່າລົດຕັງ T-90M ຈະປະກອບໃຫ້ແກ່ທະຫານເຂດໃດຂອງ ຣັດເຊຍ. ເຖິງຢ່າງໃດກໍຕາມຖ້າອີງຕາມການວາງແຜນກຳລັງຂອງ ກອງ
ທັບ ຣັດເຊຍ ໃນໄລຍະຜ່ານມາບັນດາກອງລົດຕັງ T-90A ຈະຖືກນຳໄປປະຈໍາການຢູ່ທະຫານເຂດພາກຕາເວັນອອກໄກຂອງ ຣັດເຊຍ ເປັນສ່ວນຫຼາຍ.

     ລົດຕັງ T-90M ຖ້າທຽບໃສ່ ລົດຕັງ ຮຸ່ນເກົ່າໂດຍພື້ນຖານແລ້ວຖືວ່າເປັນລົດຕັງທີ່ມີການຍົກລະດັບ ໃໝ່ທີ່ມີການປ່ຽນແປງທີ່ສຳຄັນເພາະໄດ້ຮັບການປັບປຸງທາງ
ດ້ານເຕັກໂນໂລຢີໃໝ່ໆຫຼາຍໆຢ່າງຈາກລົດຕັງ T-14 Arma-ta, ລົດຕັງT-90M ມີການຍົກລະດັບຫຼາຍຢ່າງເຊັ່ນ: ປືນຫຼັກ, ປ້ອມປືນ, ລະບົບປ້ອງກັນຂອງຕົວ ລົດ ແລະ
ເຄື່ອງຈັກ.

     ລົດຕັງ T-90M ມີການຕິດຕັ້ງເຄື່ອງຈັກກາຊວນ turbochar- ged ຂະໜາດ 1,130 ແຮງມ້າ ລວມກັບລະບົບສາຍສົ່ງແບບອັດຕະໂນມັດເພື່ອເພີ່ມຄວາມຄ່ອງຕົວ
ແລະ ຄວາມໜ້າເຊື່ອຖື ໃນສະໜາມຮົບ.

     ໃນປັດຈຸບັນລົດຕັງ T-90M ຍັງບໍ່ທັນມີການສົ່ງອອກນອກປະເທດ, ແຕ່ດ້ວຍການແກ້ໄຂທາງເຕັກໂນໂລຢີທີ່ນຳໃຊ້ໃນລົດຕັງທີ່ຍົກລະດັບຮຸ່ນໃໝ່ນີ້ ຄາດວ່າຈະມີ
ການເຊັນສັນຍາສົ່ງອອກໃນອະນາຄົດອັນມໍ່ໆນີ້.