ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ໄດ້ເຂົ້າຮ່ວມການ​ປະ​ເມີນ​ຜົນ Mig-35 ທີ່ MAKS-2019


     ຕາມຂ່າວ ຈາກໜັງສືພິມເອເລັກໂຕຣນິກຂອງ ກອງທັບປະຊາຊົນ ຫວຽດນາມ ສະບັບວັນທີ 3 ກັນຍາ 2019 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ລະດັບສູງຂອງກອງທັບ ອິນ
ເດຍ ໄດ້ກ່າວວ່າ: ບັນດານັກບິນຂອງກອງທັບອິນເດຍ ໄດ້ເຂົ້າຮ່ວມໃນການບິນທົດລອງຍົນສູ້ຮົບ Mig-35 ທີ່ຈັດຂຶ້ນໃນງານວາງສະແດງຍົນສູ້ຮົບສາກົນ MAKS-2019
ຢູ່ເຂດຊານເມືອງ ມົດສະກູ, ປະເທດຣັດເຊຍ.

     ການບິນທົດລອງຍົນສູ້ຮົບ Mig-35 ໃນຄັ້ງນີ້ ບັນດານັກບິນຜູ້ຊໍານານຂອງກອງທັບ ອິນເດຍ ໄດ້ທົດລອງບິນຈໍານວນ 2 ຄັ້ງ ແລະ ໄດ້ຕີລາຄາສູງກັບຄຸນລັກສະນະ
ຍຸດທະວິທີ ແລະ ເຕັກນິກໃນການອອກແບບຍົນສູ້ຮົບທີ່ທັນສະໄໝຮຸ່ນນີ້. ພ້ອມກັນນັ້ນຄະນະຜູ້ແທນ ກະຊວງປ້ອງກັນປະເທດ ອິນເດຍ ຍັງໄດ້ເຂົ້າຊົມຍົນ Su-57E ໄດ້
ເຫັນປະຈັກຕາ ແລະ ປະທັບໃຈກັບການບິນທົດລອງຂອງຍົນສູ້ຮົບຮຸ່ນທີ 5 ນີ້.

     ເຖິງວ່າການປະເມີນຄຸນນະພາບຂອງ Mig-35 ຂອງ ອິນເດຍ ບໍ່ໄດ້ຖືກປະກາດອອກມາຢ່າງເປັນທາງການ, ແຕ່ຝ່າຍ ຣັດເຊຍ ຄາດວ່າຈະສະເໜີຂໍສະໜອງຍົນສູ້ຮົບ
ຂອງ ກຸ່ມບໍລິສັດ MiG ໃຫ້ຝ່າຍອິນເດຍໃນໂອກາດກອງປະຊຸມເສດຖະກິດ ຕາເວັນອອກ ທີ່ເມືອງ ວາລາດີໂວ ສະຕົກເຊິ່ງທ່ານ ນາເຣນທາ ໂມດີ ນາຍົກ ລັດຖະມົນຕີ ອິນ
ເດຍ ຈະເຂົ້າຮ່ວມງານດັ່ງກ່າວ.

     ໃນງານ MAKS-2019, ກຸ່ມບໍລິສັດ Rostec ໄດ້ນຳສະເໜີຍົນສູ້ຮົບ Mig-35 ທີ່ມີການປ່ຽນແປງໃໝ່ຫຼ້າສຸດໂດຍມີການດັດແປງເລັກນ້ອຍທາງດ້ານຮູບຊົງ ແລະ
ຍົກລະດັບລະບົບຄອມພິວເຕີໃນຫ້ອງຂັບ. ອິນເດຍ ມີແຜນຈະປະກາດປະມູນຊື້ຍົນສູ້ຮົບອະເນກປະສົງຂະໜາດກາງຮຸ່ນໃໝ່ຈໍານວນຫຼາຍກວ່າ 100 ລໍາໂດຍ ອິນເດຍ
ພ້ອມທີ່ຈະຈ່າຍເງິນຈໍານວນຫຼາຍ ຕື້ ໂດລາ ສໍາລັບຊື້ຍົນສູ້ຮົບຮຸ່ນໃໝ່ໃນຄັ້ງນີ້. ແຕ່ສິ່ງທີ່ອິນເດຍ ມີຄວາມຕ້ອງການທີ່ສຸດກໍແມ່ນການຮ່ວມມືໂດຍການຖ່າຍໂອນ ເທັກ
ໂນໂລຢີ ແລະ ສ້າງໂຮງງານປະກອບຢູ່ພາຍໃນປະເທດຂອງຕົນ.