ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກົາຫຼີໃຕ້ ຈັດຫາເຮລີກົບແຕຮຸ່ນ MH-60R ຈາກ ສະຫະລັດອາເມຣິກາ


ເຮລີກົບແຕ ຮຸ່ນ MH-60R

     ເກົາຫຼີໃຕ້ ຈະຈັດຫາເຮລີກົບແຕ ຮຸ່ນ MH-60R ຈາກ ສະຫະລັດອາເມຣິກາ ຈໍານວນ 12 ລໍາເຊິ່ງ ຄິດເປັນມູນຄ່າປະມານ 800 ລ້ານ ໂດລາ ສະຫະລັດ ເຊິ່ງລວມມີ
ອຸປະກອນອື່ນໆ ອີກໃນການຈັດຫາຄັ້ງນີ້ເຊັ່ນ: ເຄື່ອງຈັກ T-700-GE-401C 25 ເຄື່ອງ, ​ເລດາ 13 ລະບົບ, ປືນກົນຮຸ່ນ M240D ແລະ ລວມເຖິງການສະໜັບສະໜູນ
ການເຝິກ ແລະ ອື່ນໆ.

     ໃນປີ 2012 ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອານຸມັດຂາຍ MH-60R ຈໍານວນ 8 ລໍາພ້ອມກັບອຸປະກອນ ແລະ ການສະໜັບສະໜູນໃນມູນຄ່າປະ
ມານ 1 ຕື້ ໂດລາສະຫະລັດ ແຕ່ໃນຕອນນັ້ນເກົາຫຼີໃຕ້ ໄດ້ຈັດຫາ ເຮລີກົບແຕ ຮຸ່ນ AW 159 ແທນ.

     ຕໍ່ມາໃນປີ 2018 ເກົາຫຼີໃຕ້ ວາງແຜນຈະຈັດຫາ ເຮລີກົບແຕຮຸ່ນ AW 159 ເພີ່ມອີກ 12 ລໍາໃນມູນຄ່າປະມານ 840 ລ້ານ ໂດລາສະຫະລັດ ເຊິ່ງທາງ Leonardo
ໄດ້ມີການສົ່ງຂໍ້ສະເໜີເຂົ້າມາໃນໄລຍະເດືອນ ພຶດສະພາ 2018 ແຕ່ທາງ ສະຫະລັດ ໄດ້ມີການສະເໜີ ໃຫ້ມີການຈັດຫາ ເຮລີກົບແຕຮຸ່ນ MH-60R ແທນເຊິ່ງຖ້າຫາກມີ
ການຈັດຫາ ເຮລີກົບແຕຮຸ່ນ MH-60R ກອງທັບເຮືອ ເກົາຫຼີໃຕ້ ກໍຈໍາເປັນຕ້ອງມີການປັບປ່ຽນການອອກແບບຂອງ ເຮືອຮົບໃໝ່ ຈາກເດີມທີ່ສາ ມາດຮອງຮັບ ເຮລີກົບ
ແຕຮຸ່ນ Lynx ແລະ AW 159 ເພື່ອໃຫ້ຮອງຮັບ ເຮລີກົບແຕຮຸ່ນ MH-60R ໄດ້.