ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນຕັ້ງ​ເປົ້າໝາຍ​ໃຫ້​ກາຍ​ເປັນ​ກອງທັບ​ເຮືອ​ທີ່​ໃຫ່ຍ ​ແລະ ມີ​ປະສິດທິພາບ​ສູງ​ທີ່​ສຸດ​ໃນ​ໂລກ


     ສຳນັກຂ່າວ ເຈມ 360 ລາຍງານໃນ ວັນທີ 15 ມີນາ ນີ້ ວ່າ: ກອງທັບຈີນ ໄດ້ປະກາດວ່າ: ໃນປັດຈຸບັນນີ້ ກອງທັບເຮືອຂອງ ສປ ຈີນ ແມ່ນມີຂະ
ໜາດ ທີ່ໃຫຍ່ເປັນອັນດັບຕົ້ນໆ ທັງມີປະລິມານ ແລະ ຄຸນນະພາບທີ່ສູງສຸດໃນໂລກ ແລະ ຄາດວ່າກອງທັບເຮືອຂອງ ຈີນ ຈະກາຍເປັນເຈົ້າແຫ່ງທ້ອງທະ
ເລ-ມະຫາສະໝຸດໃນປີ 2049.

     ຕາມການລາຍງານຂອງສຳນັກຂ່າວ ດີພອດເຕີ ໃຫ້ຮູ້ວ່າ: ກອງທັບເຮືອ ຂອງ ຈີນ ມີເຮືອປະເພດຕ່າງໆທີ່ປະຈຳການຢູ່ໃນກອງທັບແລ້ວປະມານ 350
ລຳໃນນີ້ປະກອບດ້ວຍ, ເຮືອສູ້ຮົບ, ເຮືອດຳນ້ຳ, ເຮືອບັນທຸກ, ເຮືອລຳລ້ຽງ.....ຖ້າທຽບໃສ່ ອາເມຣິກາ ແລ້ວເຫັນວ່າ ຈີນ ມີຄວາມນຳໜ້າຢູ່ແລ້ວເພາະ ສະ
ຫະລັດ ເອງມີເຮືອພຽງ 239 ລຳເທົ່ານັ້ນ ດ້ວຍເຫດຜົນເຫຼົ່ານີ້ຈິ່ງເຮັດໃຫ້ທາງເພນຕາກອນຊອກຫາວິທີປັບປຸງ ແລະ ຜະລິດເຮືອປະເພດຕ່າງໆ ຂຶ້ນຕື່ມເພື່ອ
ໃຫ້ທຽບເທົ່າກັບກອງທັບເຮືອຂອງ ຈີນ.

     ຢ່າງໃດກໍຕາມໃນປັດຈຸບັນນີ້, ກອງທັບເຮືອຂອງ ຈີນ ຍັງມີແຜນທີ່ຈະສ້າງເຮືອສູ້ຮົບລຸ້ນໃໝ່ທີ່ມີ ປະສິດທີພາບສູງເທົ່າທີ່ຈະເຮັດໄດ້ ໂດຍສະເພາະແມ່ນ
ການສ້າງເຮືອສູ້ຮົບແບບ FC-31/J- 31 ທີ່ມີບົດບາດໃນການຕໍ່ຕ້ານເຮືອບິນສູ້ຮົບ ,ຈຳນວນ 4 ລຳ ແລະ ຄາດວ່າຈະໃຊ້ລະບົບທີ່ທັນສະໄໝ ພ້ອມດ້ວຍ
ອາວຸດສະກັດກັ້ນ, ຕີຕ້ານຂີປະນາວຸດທີ່ທຽມເທົ່າ ຫຼື ອາດຈະລື່ນເຮືອສູ້ຮົບ ຢູເອສ ຂອງ ສະຫະລັດອາເມຣິ ກາຄາດວ່າຈະສຳເລັດຂັ້ນຕອນຕໍ່ເຮືອ ແລະ ທົດ
ລອງ, ພ້ອມຈະເຂົ້າປະຈຳການໃນປີ 2023-2024 ທີ່ຈະມາຮອດນີ້.