ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຟ​ສັນຍານ​ແຈ້ງ​ເຕືອນ​ຕາມ​ການ​ແລ່ນ​ຂອງ​ລົດ​ໄຟ


     ປົກກະຕິແລ້ວສັນຍານຈຸດຕັດທາງລົດໄຟຈະໃຊ້ຄົນໃນການເປີດ-ປິດໄຟເຕືອນແຕ່ຕໍ່ໄປຈະມີຄວາມທັນສະໄໝຫຼາຍຂຶ້ນ ດ້ວຍການໃຊ້ເຊນເຊີວັດ
ແທກການສັ່ນສະເທືອນເປັນຕົວ ເປີດ-ປິດ ແລະ ຍົກໄມ້ກີດກັ້ນແທນ.

     ນັກວິໄຈຈາກ University of Huddersfield ໄດ້ພັດທະນາເຊນເຊີບໍ່ມີສາຍຂະໜາດນ້ອຍ ເພື່ອຈະທໍາການຕິດຕັ້ງເຊນເຊີໃນລາງແຕ່ລະຈຸດ ໂດຍ
ມັນຈະທໍາການສື່ສານລະຫວ່າງກັນສ້າງເປັນເຄືອຂ່າຍຂະໜາດນ້ອຍຂຶ້ນມາໄວ້ເພື່ອເຕືອນ ເມື່ອໃດທີ່ລົດໄຟໃກ້ຈະມາຮອດທາງຂ້າມກໍຈະສັ່ງໃຫ້ໄຟສັນຍານ
ແລະ ໄມ້ກີດກັ້ນເຮັດວຽກໂດຍອັດຕະໂນມັດທັນທີ.

     ຖ້າຫາກເຊນເຊີຕົວໃດເກີດບໍ່ເຮັດວຽກມັນກໍຈະທໍາການສ້າງເຄືອຂ່າຍຂຶ້ນມາໃໝ່ ແບບອັດຕະໂນມັດເພື່ອບໍ່ໃຫ້ຢຸດການແຈ້ງເຕືອນແຖມຍັງບໍ່ຕ້ອງ
ຫວ່ງເລື່ອງພະລັງງານ ເພາະວ່າມັນໃຊ້ແຮງສັ່ນສະເທືອນທີ່ເກີດຂຶ້ນຈາກລາງ ເມື່ອລົດໄຟແລ່ນມາປ່ຽນເປັນພະລັງງານໄຟຟ້າຈຶ່ງສາມາດເຮັດວຽກໄດ້ຢ່າງ
ຕໍ່ເນື່ອງ.

     ຄ່າຕິດຕັ້ງລະບົບນັ້ນ, ແມ່ນ ຈຸດລະ 20.000 ປອນ ນອກຈາກຈະຕິດຕາມການມາຂອງລົດໄຟແລ້ວ ເຊນເຊີ ນີ້ຍັງມີປະໂຫຍດອັນອື່ນອີກນັ້ນກໍຄືຕິດ
ຕາມສະພາບຂອງລາງລົດໄຟວ່າພ້ອມໃຊ້ງານ ຫຼື ມີການເປ່ເພບ່ອນໃດ ຈະໄດ້ສົ່ງຄົນມາສ້ອມແປງໄດ້ກ່ອນຈະເກີດບັນຫາໃຫຍ່.