ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນຮ່ວມມືກັບ ເອັສຊີຈີ ພັດທະນາເທັກໂນໂລຢີ​ແຫ່ງ​ອານາ​ຄົດ


     ສະຖາບັນ ບັນດິດວິທະຍາສາດ ຈີນ ອົງກອນດ້ານການວິໄຈ ແລະ ການພັດທະນາຊັ້ນນຳລະດັບໂລກ ຮ່ວມມືກັບ ເອັສຊີຈີ ຜ່ານສຳນັກງານນະວັດຕະກຳ ແລະ ການ
ຮ່ວມມື (ບາງກອກ) ສະຖາບັນ ບັນດິດ ວິທະຍາສາດຈີນ ພັດທະນາ ແລະ ແລກປ່ຽນຄວາມຮູ້ດ້ານເທັກໂນໂລຢີ ແລະ ນະວັດຕະກຳໃນ 5 ອຸດສາຫະກຳຄື: ເມືອງອັດສະລິ
ຍະປັນຍາປະດິດ ແລະ ຫຸ່ນຍົນສານເຄມີທີ່ມີມູນຄ່າສູງທຸລະກິດພະລັງງານໃໝ່ ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ໂດຍຕັ້ງສູນຮ່ວມມື "SCG-CAS ICCB
Innovation Hub" ໃນໄທ ນຳເອົາເທັກໂນໂລຢີ ມາປະຍຸກໃຊ້ຮ່ວມວິໄຈ ແລະ ພັດທະນານະວັດຕະກຳພັດທະນາບຸຄະລາກອນ ແລະ ຮ່ວມມືດ້ານການລົງທຶນ ເພື່ອຫວັງ
ສານຕໍ່ກົນລະຍຸດນະວັດຕະກຳ ເພີ່ມຄວາມສາມາດດ້ານການແຂ່ງຂັນຊຸກຍູ້ນະວັດຕະກຳພາກທຸລະກິດ ແລະ ອຸດສາຫະກຳ ໄທ-ຈີນ ຕອບສະໜອງຕະຫຼາດ ແລະ ແນວ
ທາງດ້ານທຸລະກິດໃນອານາຄົດດ້ວຍມູນຄ່າໂຄງການເລີ່ມຕົ້ນ 100 ລ້ານຢວນ.

     ທ່ານ ລຸ້ງໂລດ ລັງສີໂຍພາດ ກຳມະການຜູ້ຈັດການໃຫຍ່ ເອັສ ຊີຈີ ກ່າວເມື່ອວັນທີ 5 ພະຈິກ ທີ່ຜ່ານມາວ່າ: ເອັສຊີຈີ ເນັ້ນສ້າງການຮ່ວມມືກັບສະຖາບັນ ແລະ ອົງ
ກອນຊັ້ນນຳຕ່າງໆທັງໃນ ແລະ ຕ່າງປະເທດ ເພື່ອສ້າງທ່າແຮງ ແລະ ການແລກປ່ຽນຄວາມຮູ້ດ້ານການພັດທະນານະວັດຕະກຳ ຢ່າງຕໍ່ເນື່ອງ ເຊິ່ງຊ່ວຍໃຫ້ ເອັສຊີຈີ ມີສິນຄ້າ
ແລະ ການບໍລິການທີ່ ສາມາດຕອບສະໜອງຄວາມ ຕ້ອງການຂອງລູກຄ້າທົ່ວພາກ ພື້ນອາຊຽນໄດ້ຢ່າງວ່ອງໄວ ແລະ ຖືກຈຸດ ເຊັ່ນ: ການຫໍ່ຫຸ້ມສິນຄ້າຕ່າງໆ ທີ່ຊ່ວຍເພີ່ມ
ຄວາມສະດວກໃຫ້ທຸກຮູບແບບການໃຊ້ຊີວິດ ເມັດພລາສະຕິກ ທີ່ມີຄວາມແຂງແຮງແຕ່ໃຊ້ ເມັດພລາສະຕິກ ໃຫ້ໜ້ອຍລົງ ແລະ ແນວທາງທີ່ຊ່ວຍແກ້ບັນຫາການກໍ່ສ້າງ
ໃນຮູບແບບຕ່າງໆຄົບວົງຈອນ.

     ທ່ານ ຈຽງ ປຽວ ຜູ້ອຳນວຍການສຳນັກງານນະວັດຕະກຳ ແລະ ການຮ່ວມມື (ບາງກອກ) ສະຖາບັນບັນດິດວິທະຍາສາດຈີນ ກ່າວວ່າ: CAS ICCB ເປັນໜຶ່ງ ໃນສຳ
ນັກງານຕ່າງປະເທດ 9 ສາຂາຂອງ CAS ທີ່ມີບົດບາດສຳຄັນໃນການສະແຫວງຫາການຮ່ວມມືກັບອົງກອນຊັ້ນນຳຕ່າງໆ ໃນແຕ່ລະປະເທດ ເພື່ອຖ່າຍທອດ ຜົນງານດ້ານ
ວິທະສາດຂອງ CAS ເຊິ່ງມີສະຖາບັນວິໄຈຫຼາຍ ກວ່າ 100 ແຫ່ງໃນຈີນ, ນັກວິໄຈ ແລະ ທີມງານຫຼາຍກວ່າ 70 ພັນ ຄົນ ເຄືອຄ່າຍນັກຄົ້ນຄວ້າ ວິທະຍາສາດລະດັບອາ
ວຸໂສຫຼາຍກວ່າ 800 ຄົນ ແລະ ມະຫາວິທະຍາໄລໃນສັງກັດ 3 ແຫ່ງ.