ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດນຳ​ສະ​ເໜີ ​ເທັກ​ໂນ​ໂລ​ຢີ ການ​ນຳ​ທາງ​ແບບ​ໃໝ່


     ຕາມຂ່າວຈາກ QDND Online ໃນວັນທີ 10 ຕຸລາ 2019 ທີ່ຜ່ານມາວ່າ: ກອງທັບ ສະຫະລັດອາເມຣິກາ ໄດ້ຕິດຕັ້ງອຸປະກອນນໍາທາງດາວທຽມຮຸ່ນ MAPS ໃໝ່
ຈໍານວນ 62 ຊຸດ ໃສ່ເທິງລົດຫຸ້ມເກາະ Stryker ຂອງກໍາລັງ ທະຫານສະຫະລັດ ທີ່ປະຈຳການຢູ່ປະເທດ ເຢຍລະມັນ. ອຸປະກອນຊະນິດນີ້ແມ່ນລະບົບນຳທາງດາວທຽມ
ແບບໃໝ່ທີ່ຖືກອອກແບບມາໃຫ້ສາມາດເຮັດວຽກໄດ້ໃນທຸກເວລາ ແລະ ທຸກສະພາບອາກາດ, ລວມທັງໃນສະພາບແວດລ້ອມທີ່ມີຄື້ນລົບກວນ ຫຼື ສັນຍານບອກຕຳແໜ່ງ
ຈາກດາວທຽມ ທີ່ຖືກຕັດຂາດເປັນບາງເວລາກໍຕາມ.

     ອຸປະກອນ MAPS ມີອົງປະກອບຫຼາຍຢ່າງ ທີ່ເຮັດໜ້າທີ່ໃນການນໍາທາງ ແລະ ການປະສານງານທາງດ້ານຂໍ້ມູນ ໂດຍຜ່ານຊ່ອງທາງການສື່ສານທີ່ປອດໄພ ແລະ ປິດ
ລັບ. ຈຸດເດັ່ນຂອງ MAPS ແມ່ນຄວາມສາມາດໃນການສ້າງ ແລະ ຮັກສາຫຼາຍຊ່ອງທາງການນຳທາງດາວທຽມ ໃນເວລາດຽວກັນເພື່ອຫຼີກລ້ຽງການ ແຊກແຊງ ຫຼື ການ
ທໍາລາຍຄື້ນຄວາມຖີ່ທີ່ອາດຈະເກີດຂຶ້ນ. ອຸປະກອນນໍາທາງຮຸ່ນໃໝ່ ໄດ້ຖືກພັດທະນາ ໂດຍອີງໃສ່ປະສົບການຂອງ ກອງທັບສະຫະລັດ ໃນສະໜາມຮົບເວລາພົບກັບຝ່າຍ
ກົງກັນຂ້າມທີ່ແຂງແກ່ນ ແລະ ມີປະສິດທິພາບສູງກວ່າ.

     ໃນປີ 2019 ອຸປະກອນ MAPS ຈະໄດ້ປະກອບໃຫ້ລົດຫຸ້ມເກາະ Stryker ຂອງ ກອງພັນໃຫຍ່ ທະຫານມ້າທີ 2 ຂອງກອງທັບບົກ ສະຫະລັດ.

      ເຈົ້າໜ້າທີ່ຂັ້ນສູງຂອງ ສະຫະລັດ ໄດ້ໃຫ້ຮູ້ວ່າ: ຖ້າຫາກອຸປະກອນ MAPS ໄດ້ຮັບການຢັ້ງຢືນເຖິງຄວາມແມ້ນຢໍາ ແລະ ຖືກຕ້ອງອຸປະກອນເຫຼົ່ານີ້ ຈະໄດ້ປະກອບໃຫ້
ບັນດາ ກອງລົດຕັງ M1Abrams, ລົດສູ້ຮົບ Bradley ແລະ ປືນໃຫຍ່ທີ່ຍິງໂດຍອັດຕະໂນມັດ Paladin ກ່ອນໝູ່ ຫຼັງຈາກນັ້ນຈິ່ງຈະມີການຕິດຕັ້ງໃຫ້ແກ່ບັນດາ ລົດສູ້
ຮົບຊະນິດອື່ນໆ ຂອງ ກອງທັບ ສະຫະລັດອາເມຣິກາ.