ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

S-500 ​​ອາວຸດ​ທີ່​ມີ​ແສນ​ຍານນຸພາບ​ສູງ​ຢູ່​ເຂດ​ຕາ​ເວັນ​ຕົກ


ລະບົບປ້ອງກັນອາກາດ S-500 ຂອງກອງທັບລັດເຊຍ

     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ວາລະສານ Focus ຂອງປະເທດເຢຍລະມັນ ໄດ້ຢັ້ງຢືນເຖິງລະບົບປ້ອງກັນອາກາດ S-500 ຂອງ
ຣັດເຊຍເປັນລະບົບປ້ອງກັນອາກາດ ທີ່ມີຄວາມທັນສະໄໝສູງກວ່າລະບົບປ້ອງກັນອາກາດໃດໆໃນໂລກປັດຈຸບັນ.

     ຕາມແຫຼ່ງຂ່າວຍັງໃຫ້ຮູ້ຕື່ມເຖິງຄວາມອາດສາມາດຂອງລະບົບປ້ອງກັນອາກາດ S-500 ຂອງ ຣັດເຊຍທີ່ມີແສນຍານຸພາບສູງໃນການຍິງຕ້ານ ຫຼື ທໍາລາຍ ລູກສອນ
ໄຟ ຂອງຝ່າຍກົງກັນຂ້າມໄດ້ໃນໄລຍະໄກເຖິງ 600 ກິໂລແມັດ.

     ລະບົບປ້ອງກັນອາກາດ S-500 ໄດ້ຖືກພັດທະນາມາແຕ່ ປີ 2009 ແລະ ໄດ້ເປີດຕົວເປັນຄັ້ງທໍາອິດເມື່ອປີ 2012 ທີ່ຜ່ານມາດ້ວຍຈຸດປະສົງຫຼັກ ເພື່ອນໍາເຂົ້າປະຈໍາການ
ປ່ຽນແທນໃຫ້ແກ່ລະບົບປ້ອງກັນອາກາດ A-135 Amur ແລະ Patriot Advan­ced Capability-3 ທັງເປັນກໍາລັງໜູນໃຫ້ແກ່ລະບົບປ້ອງກັນອາກາດ S-400 ຂອງ
ຣັດເຊຍ ທີ່ຜະລິດຂຶ້ນໃນກ່ອນໜ້ານີ້.

     ທ່ານ ເຊີເກ ຊຸໂຣວີຄິນ ຫົວໜ້າ ກອງບັນຊາການທະຫານອາກາດຂອງ ຣັດເຊຍ ຍັງໄດ້ໃຫ້ຮູ້ອີກວ່າ: ລະບົບປ້ອງກັນອາກາດ S-500 ນອກຈາກມີຄວາມສາມາດຍິງ
ຕ້ານ ແລະ ທໍາລາຍບັນດາ ລູກສອນໄຟຕ່າງໆທັງໃກ້ ແລະ ໄກແລ້ວຍັງສາມາດຍິງຕ້ານບັນດາອາວຸດທີ່ມີຄວາມໄວກວ່າສຽງໃນປັດຈຸບັນອີກດ້ວຍ.