ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບເຮືອ ເກົາຫຼີ ມີແຜນຕິດຕັ້ງປ້ອມປືນອັດຕະໂນມັດໃສ່ລົດຂຶ້ນ​ບົກ​ລົງ​ນໍ້າ​ໄດ້
ລົດຮົບລຸ້ນ KAA­V7A1

     ກອງທັບເຮືອ ສ ເກົາຫຼີ ມີແຜນ ທີ່ຈະຕິດຕັ້ງປ້ອມປືນອັດຕະໂນມັດໃສ່ລົດຮົບລຸ້ນ KAA­V7A1 ຈໍານວນ 170 ຄັນ. ໂຄງການປັບປຸງດັ່ງກ່າວນີ້ທາງ
ກອງທັບ ສ ເກົາຫຼີ ຈະມີການລົງນາມສັນຍາກັບ ບໍລິສັດ Hanwha Defense ໂດຍຄາດວ່າຈະມີການລົງນາມສັນຍາພາຍໃນທ້າຍ ປີ 2021.

     ລະບົບປ້ອມປືນອັດຕະໂນມັດ ທີ່ຈະນໍາມາຕິດຕັ້ງນັ້ນ ປະກອບດ້ວຍລະບົບຮັກສາຄວາມສົມດູນຂອງປືນ, ມີລະບົບກ້ອງທີ່ສະແດງພາບທັງໃນເວລາກາງ
ເວັນ ແລະ ກາງຄືນ, ລະບົບວັດໄລຍະ ດ້ວຍແສງເລເຊີ ທີ່ສາມາດວັດໄດ້ໄກເຖິງ 5.500 ແມັດ, ມີລະບົບເລັງເປົ້າແບບອັດຕະໂນມັດ ພ້ອມດ້ວຍລະບົບຄໍາ
ນວນ ການຍິງ.

     ສ່ວນອາວຸດຫຼັກ ທີ່ຈະຕິດຕັ້ງເທິງປ້ອມປືນອັດຕະໂນມັດ ນັ້ນມີປືນກົນຂະໜາດ 12,7 ມມ ລຸ້ນ K6 ມີອັດຕາການຍິງ 450-600 ລູກຕໍ່ນາທີ ແລະ
ເຄື່ອງຍິງລູກລະເບີດຂະໜາດ 40 ມມ ລຸ້ນ k4 ມີຄວາມໄວຍິງ 250 ລູກຕໍ່ ນາທີ.

     ພ້ອມດຽວກັນນັ້ນກອງທັບ ສ ເກົາຫຼີ ຍັງຈະມີການເຊັນສັນຍາ ໃນການຊື້ປ້ອມປືນອັດຕະໂນມັດ ເພື່ອຕິດຕັ້ງໃສ່ເທິງລົດຫຸ້ມເກາະລຸ້ນ K808 ເຊິ່ງ
ຄາດວ່າຈະມີການເຊັນສັນຍາພາຍໃນທ້າຍ ປີ 2021 ນີ້.