ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼອກສາຍ​ຕາ​​​​​ເ​ຮື​ອບິ​ນສັດຕູດ​ວ້ຍລູກສອນໄຟກະບັ້ງໄມ້ໄຜ່


ຍົນສູ້ຮົບ F-4 ຂອງກອງທັບອາເມຣິກາ

     ຕາມເອກະສານຂອງກົມໃຫ່ຍປ້ອງກັນອາກາດກອງທັບປະຊາຊົນຫວຽດນາມເລົ່າວ່າ: ປາງສົງຄາມຫວຽດນາມ, ເມື່ອເດືອນກໍລະກົດປີ 1965, ກອງພັນ 63 ແລະ 64
ທີ່ຂຶ້ນກັບກອງພັນໃຫ່ຍ 236 ໄດ້ອອກສະໜາມຮົບຄັ້ງທໍາອິດ, ຍິງເຮືອບິນ F-4 ຂອງສັດຕູຕົກ 4 ລໍາ, ສ່ວນລໍາທີ່ຍັງເຫຼືອແມ່ນປົບຕາຍ ແລະ ຄາດວ່າຈະຕ້ອງມາເອົາຄືນ.

     ຫວຽດນາມສະຫຼາດຄິດໄດ້ທັນ, ກອງລູກສອນໄຟປ້ອງກັນອາກາດ ຈຶ່ງໄດ້ໃຊ້ກົນລະຍຸດຫຼອກສາຍຕາ ເພື່ອທໍາລາຍສັດຕູ ເຮັດໃຫ້ພວກມັນໝົດອາວຸດຕໍ່ສູ້ດ້ວຍວິທີ
ຍົກຍ້າຍເອົາລູກສອນໄຟແທ້ ໄປຊຸກເຊື່ອງໄວ້ບ່ອນ ໃໝ່ແລ້ວເຮັດລູກສອນໄຟຈໍາລອງດ້ວຍກະບັ້ງໄມ້ໄຜ່ ແລະ ກອງເຫຼັກເສດເພື່ອໃຫ້ລາດາຈັບໄດ້ຄ້າຍຄືອາວຸດແທ້ມາ
ປ່ຽນແທນ ແລະ ບໍລິເວນອ້ອມຂ້າງແມ່ນຝ່າຍເຮົາຕິດຕັ້ງອາວຸດຕອບໂຕ້ເພື່ອດັກຍິງທີຫຼັງໃນເວລາອາວຸດຂອງພວກມັນໝົດກະສູນ ແລະ ລູກລະເບີດ. ເມື່ອເວລາຝູງເຮືອ
ບິນສັດຕູມາຍິງທີ່ຕັ້ງດັ່ງກ່າວ, ພວກມັນເຫັນວ່າ ແມ່ນທີ່ຕັ້ງອາວຸດ ແລະ ກໍາລັງພົນມັນຈິ່ງໝັ້ນໃຈຍິງໃສ່ພໍປານຮ່າຝົນ ແລະ ຖິ້ມລະເບີດໃສ່ຈົນດິນສະເທືອນໃນທີ່ສຸດກໍ
ໝົດອາວຸດທີ່ເອົາມາໂດຍບໍ່ຮູ້ວ່າຖືກຫຼອກເມື່ອສັດຕູໝົດອາວຸດ, ຝ່າຍປ້ອງກັນອາກາດຫວຽດນາມຈຶ່ງໄດ້ທ່າກະໜໍ່າຍິງໃສ່ເຮືອບິນທີ່ໝົດອາວຸດແບບບໍ່ລະເວັ້ນແມ່ນແຕ່
ລໍາດຽວ, ເຮັດໃຫ້ເຮືອບິນ F ຕ່າງໆຂອງອາເມຣິກາຕົກປານແມງເມົ່າບິນເຂົ້າກອງໄຟ.

     ໃນທຸກຄັ້ງທີ່ເຮືອບິນອາເມຣິກາອອກໂຈມຕີຝ່າຍກໍາລັງປະຕິວັດຫວຽດນາມ, ພວກເຂົາໄດ້ນໍາໃຊ້ວິທີທາງເພື່ອສືບຮູ້ທີ່ຕັ້ງດ້ວຍພາບຖ່າຍຈາກດາວທຽມ, ນໍາໃຊ້ຍົນ
ບໍ່ມີຄົນຂັບເຊັ່ນ: BQM-34A, RF-101, 147J, 147S...ແລ້ວລາຍງານໃຫ້ເຮືອບິນສູ້ຮົບເຂົ້າໄປຍິງທໍາລາຍທັນທີ. ສະນັ້ນກອງປ້ອງກັນອາກາດ, ກອງທັບປະຊາຊົນ
ຫວຽດນາມໃນເວລານັ້ນຈຶ່ງໝູນໃຊ້ກົນລະຍຸດເຂົ້າໃນການຕໍ່ສູ້, ເນື່ອງຈາກຍ້ອນວ່າອາວຸດມີໜ້ອຍ. ປືນປ້ອງກັນອາກາດທີ່ຕີແລ້ວປຶບກໍເຊື່ອງໄວ້ປັບບໍ່ໃຫ້ສັດຕູຈັບຕາໄດ້.
ກົນລະຍຸດທີ່ຫວຽດນາມໃຊ້ຫຼອກລວງເຮືອບິນຂອງອາເມຣິກາໃນເມື່ອກ່ອນແມ່ນສາມາດຕີຊະນະກອງທັບອາເມຣິກາທີ່ມີເຮືອບິນສູ້ຮົບຫຼາຍກ່ວາ ແລະ ທັນສະໄໝກວ່າ
ສຸດທ້າຍກໍມາພ່າຍແພ້ໃຫ້ລູກສອນກະບັ້ງໄມ້ໄຜ່ຂອງຫວຽດນາມ.