ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍຈະ​ສ້າງ​ລົດ​ໄຟ​ຄວາມ​ໄວ​ສູງ Hyperloop ​ເປັນ​ປະ​ເທດ​ທຳ​ອິດ


ລົດໄຟຄວາມໄວສູງ Hyperloop

     ການຂົນສົ່ງທາງບົກໃນປັດຈຸບັນໄວສຸດກໍຄືລົດໄຟຄວາມໄວສູງ ແຕ່ອີກບໍ່ດົນກໍຈະມີລົດໄຟໄຮເປີລຸບ (Hyperloop) ເຊິ່ງອິນເດຍເປັນປະເທດທຳອິດ ທີ່ຈະສ້າງລະ
ບົບຂົນສົ່ງຜ່ານທໍ່ອາກາດດັ່ງກ່າວ ທີ່ເມືອງມຸມໄບ ໂດຍຈະໃຊ້ງົບປະມານຫຼາຍເຖິງ 10 ລ້ານ ໂດລາ ສະຫະລັດ.

     ການສ້າງລະບົບຂົນສົ່ງໄຮເປີລຸບທີ່ ອິນເດຍ ຄາດວ່າເປັນປະເທດທຳອິດຂອງໂລກ ເສັ້ນທາງມີໄລຍະໄກ 117,5 ກິໂລແມັດ ຈາກເມືອງມຸມໄບຫາເມືອງປູເນທີ່ຄາດ
ວ່າຈະໃຊ້ເວລາພຽງແຕ່ 23 ນາທີ ເທົ່ານັ້ນໃນການເດີນທາງ. ຄະນະທີ່ການເດີນທາງດ້ວຍລົດສ່ວນຕົວໃນປັດຈຸບັນໃຊ້ເວລາປະມານ 3 ຊົ່ວໂມງເຄິ່ງ ຂຶ້ນໄປ.

     ໄຮເປີລຸບເປັນລະບົບຂົນສົ່ງຮູບແບບໃໝ່ ປະກອບມີອຸປະກອນ ສໍາຄັນຄືທໍ່ແຮງດັນຕໍ່າ ແລະ ແຄບຊູນ ຫຼື ຫ້ອງໂດຍສານທີ່ສາມາດແລ່ນໄດ້ທັງຄວາມໄວສູງ ແລະ
ຄວາມໄວຕໍ່າໄປຕາມທໍ່ໂດຍແຄບຊູນ ໂດຍສານນີ້ຈະເລັ່ງຄວາມໄວ ດ້ວຍລະບົບເຫຼັກກ້າໄຟຟ້າທີ່ຕິດຕັ້ງໄປຕາມທໍ່ຈາກຕົ້ນທາງໄປຫາປາຍທາງ, ຜູ້ໂດຍສານສາມາດ
ຂຶ້ນລົງໄດ້ທີ່ສະຖານີຕົ້ນທາງ ແລະ ປາຍທາງ ຫຼື ອາດຈະມີສະຖານີລະຫວ່າງທາງກໍໄດ້ໂດຍ ເຮັດເປັນອຸໂມງເດ່ອອກໄປ.

     ຕາມຂໍ້ສະເໜີຂອງ ເວີຈິນ ອົງການພັດທະນາພູມີພາກນະຄອນປູເນໃຫ້ຮູ້ວ່າ: ໄຮເປີລູບ-1 ແລະ ດີພີເວິນ ນັ້ນເປັນໄຮເປີລຸບ ທີ່ຈະຮອງຮັບຜູ້ໂດຍສານໄດ້ປີລະ 200
ລ້ານຄົນ. ປັດຈຸບັນນີ້ມີຜູ້ຄົນເດີນທາງລະຫວ່າງເມືອງທັງສອງປະມານປີລະ 75 ລ້ານຄົນ ແລະ ຄາດຄະເນວ່າຈະສູງຂຶ້ນເຖິງ 130 ລ້ານ ຄົນໃນປີ 2026.

     ທາງການອິນເດຍຄາດຄະເນວ່າ: ໃນໄລຍະທໍາອິດຂອງການກໍ່ສ້າງຈະມີໄລຍະ 11,8 ກິໂລ ແມັດ ໃຊ້ເວລາໃນການກໍ່ສ້າງເຄິ່ງປີ ດ້ວຍເງິນລົງທຶນ 50.000 ລ້ານ ຣູປີ
(ສະກຸນເງິນຂອງອິນເດຍ).