ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍຈະ​ປະກອບ​ເຮ​ລີ​ກົບ​ແຕ Ka-52 Alligator
ຈໍານວນ 144 ລຳ​ໃຫ້​ກອງທັບ​ອາກາດ​ຂອງ​ຕົນ


ເຮລີກົບແຕ Ka-52 ຂອງກອງທັບອາກາດຣັດເຊຍ

     ຕາມຂ່າວຈາກ QDND ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດຣັດເຊຍຄາດວ່າໃນປີ 2020 ຈະເຊັນສັນຍາຊື້ເຮລີກົບແຕລາດຕະເວນ-ໂຈມຕີ Ka-52 Alligator ທີ່ໄດ້
ຜ່ານການຍົກລະດັບແລ້ວຈໍານວນ 144 ລຳເພື່ອປະກອບໃຫ້ແກ່ກອງທັບອາກາດ.

     ນີ້ແມ່ນຄໍາຖະແຫຼງການຂອງ ທ່ານ ອາເລັກໄຊກຣີໂວຣຸດສະໂກ (AlexeiKrivoruchko) ຮອງລັດຖະມົນຕີກະຊວງປ້ອງກັນປະເທດຂອງ ຣັດເຊຍ ໃນໂອກາດທີ່ທ່ານ
ໄປຢ້ຽມຢາມໂຮງງານ ProgressAviation Enterprise ເຊິ່ງເປັນໂຮງງານຜະລິດເຮືອບິນ Ka-52 ທີ່ເຂດ Primorye, ພາກຕາເວັນອອກ ໄກຂອງຣັດເຊຍ.

     ທ່ານ Krivoruchko ເວົ້າວ່າ: Ka-52M ຈະໄດ້ມີການປັບປຸງຫຼາຍຢ່າງຈາກບົດຮຽນທີ່ຖອດຖອນມາໄດ້ໃນການປະຕິບັດຕົວຈິງຂອງ Ka-52 ໃນສົງຄາມຊີຣີ, ເຊິ່ງ
ການປັບປຸງດັ່ງກ່າວລວມມີເພີ່ມຄວາມແຮງໝໍ້ໄຟ, ລະບົບຄອມພິວເຕີ, ເພີ່ມເກາະປ້ອງກັນພາຍນອກ ແລະ ອື່ນໆ, ເຊິ່ງວຽກງານດັ່ງກ່າວຈະສໍາເລັດໃນປີ 2022 ແລະ ນັ້ນ
ກໍໝາຍຄວາມວ່າກອງທັບອາກາດ ຣັດເຊຍ ຈະໄດ້ຮັບ Ka-52M ລຳທຳອິດໃນປີ 2022.

     ເຮລີກົບແຕ Ka-52 ຂອງກອງທັບອາກາດຣັດເຊຍ. ຍົກລະດັບມາຈາກ Ka-50, Ka-52 ຂອງບໍລິສັດ Kamov ຖືກອອກແບບມາເພື່ອເຮັດໜ້າທີ່ລາດຕະເວນ, ສືບ
ຂ່າວ, ຍິງລົດຕັງ, ເປັນກໍາລັງໄຟໃນການໂຈມຕີເປົ້າໝາຍທາງອາກາດໃນລະດັບຄວາມສູງຕໍ່າ. Ka-52 ແມ່ນເຮລີກົບແຕໂຈມຕີຮຸ່ນທໍາອິດຂອງໂລກທີ່ຕິດຕັ້ງຕັ່ງສະປີງທີ່
ຊ່ວຍໃຫ້ນັກບິນດີດຕົວອອກຈາກຫ້ອງຂັບໃນກໍລະນີສຸກເສີນ.

     Ka-52 ມີຄວາມໄວສູງສຸດ 370 ກິໂລແມັດຕໍ່ຊົ່ວໂມງ (ໄວທີ່ສຸດໃນປະເພດເຮລີກົບແຕໂຈມຕີທີ່ມີຢູ່ໃນປັດຈຸບັນ), ບິນຖອຍຫຼັງ130 ກິໂລແມັດຕໍ່ຊົ່ວໂມງ, ບິນທາງ
ຂ້າງ 100 ກິໂລແມັດຕໍ່ຊົ່ວໂມງ, ເພດານບິນສູງ 5,5 ກິໂລແມັດ, ວົງລັດສະໝີບິນ 1.000 ກິໂລແມັດ.

     Ka-52 ມີອາວຸດຄື: ປືນກົນ 2A42 30 ມມ 1 ກະບອກ ແລະ ຂໍເກາະຫ້ອຍ 6 ອັນເພື່ອເກາະຫ້ອຍລູກສອນໄຟ, ຈະຫຼວດ, ລູກລະເບີດ, ເປົ້າທຽມເພື່ອລອກສາຍຕາ
ຝ່າຍກົງກັນຂ້າມ.