ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮືອບິນ KC-46A ເຕີມນໍ້າມັນກາງອາກາດໃຫ້ F-35 ເປັນຄັ້ງທໍາອິດ


     ເມື່ອທ້າຍເດືອນກຸມພາທີ່ຜ່ານມາກອງທັບອາກາດຂອງສະຫະລັດໄດ້ທຳການໃຫ້ເຮືອບິນKC-46A ເຕີມນໍ້າມັນໃຫ້ເຮືອບິນຂັບໄລ່ F-35 ຢູ່ກາງອາກາດເປັນຄັ້ງທຳ
ອິດ, ເຊິ່ງການປະຕິບັດການຄັ້ງນີ້ຈັດຂຶ້ນຢູ່ທີ່ຖານທັບອາກາດ Edwards ໃນລັດຄາລີຟໍເນຍ.

     ໃນອີກ 15 ເດືອນຂ້າງໜ້າKC-46A ລຳນີ້ກໍຈະມີການເຕີມນໍ້າມັນກາງອາກາດໃຫ້ແກ່ເຮືອບິນຮຸ່ນຕ່າງໆຂອງກອງທັບອາກາດສະຫະລັດ. ສາເຫດທີ່ເຮືອບິນKC-46A
ຕ້ອງໃຊ້ເວລາດົນໃນການທົດລອງເຕີມນໍ້າມັນກາງອາກາດ ກໍເພາະວ່າທາງບໍລິສັດໂບອີງ ແລະ ທາງກອງທັບອາກາດສະຫະລັດກຳລັງປັບປຸງ ແກ້ໄຂຂໍ້ຜິດພາດບາງຢ່າງທາງ
ເຕັກນິກ ເປັນຕົ້ນແມ່ນລະບົບທໍ່ສົ່ງນໍ້າມັນ ເຊິ່ງຫົວຂອງທໍ່ສົ່ງນໍ້າມັນມັກຈະເຮັດໃຫ້ສີເຄືອບພາຍນອກຂອງເຮືອບິນທີ່ມາເຕີມນໍ້າມັນລອກອອກ ຫຼື ມີຮອຍຂີດ, ເຊິ່ງບັນຫາ
ນີ້ເປັນໄພຕໍ່ເຮືອບິນ ຈຸດໜັກແມ່ນ F-35 ຖ້າເປືອກນອກຖືກຂູດອອກຈະຍິ່ງເຮັດໃຫ້ພື້ນຜິວທີ່ເຣດາຂອງຝ່າຍກົງກັນຂ້າມກວດຈັບໄດ້ຫຼາຍ ແລະ ງ່າຍຂຶ້ນ ເຊິ່ງຈະເຮັດໃຫ້
ມັນບໍ່ປອດໄພໃນສະໜາມຮົບ.

     ເຮືອບິນKC-46A ຖືກພັດທະນາມາບົນພື້ນຖານຂອງເຮືອບິນໂດຍສານ Boeing 767 ເປັນໜຶ່ງໃນ 3 ເຮືອບິນທີ່ກອງທັບອາກາດໃຫ້ບູລິມະສິດໃນການຊື້ນັ້ນກໍຄື F
35, ເຮືອບິນຖິ້ນລະເບີດທາງໄກ LRS-B ແລະ KC- 46 A ກອງທັບອາກາດຂອງສະຫະລັດມີແຜນຈະຊື້ 179 ລຳ ເພື່ອມາປ່ຽນແທນ KC-10 ແລະ KC-135.

     KC-46A ມີທໍ່ສົ່ງນໍ້າມັນທັງຊະນິດແຂງ ແລະ ອ່ອນຕິດຕັ້ງຢູ່ປີກ ແລະ ລຳຕົວຂອງເຮືອບິນ, ສາມາດບັນຈຸນໍ້າມັນໄດ້ 96 ໂຕນ ແລະ ສາມາດເຕີມນໍ້າມັນໃຫ້ກັບເຮືອ
ບິນຊະນິດປີກຄົງທີ່ ( ສາມາດເຕີມພ້ອມກັນ 2 ລຳໃນເວລາດຽວ ) ດ້ວຍຄວາມໄວສູງສຸດ 4.500 ລິດຕໍ່ນາທີ. ນອກຈາກນັ້ນ ອີງຕາມໜ້າທີ່ທີ່ໄດ້ມອບໝາຍທີ່ຕ່າງກັນ
KC-46A ຍັງສາມາດລຳລຽງຂົນສົ່ງສິນຄ້າ, ອຸປະກອນທາງການທະຫານ ແລະ ລຳລຽງທະຫານ.