ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍຈະ​ໄດ້​ຮັບ S-400 ຈາກຣັດເຊຍ ຕາມ​ສັນຍາ


     ຕາມຂ່າວຈາກ RT ໃຫ້ຮູ້ ວ່າ: ຣັດເຊຍ ເລີ່ມລົງມືຜະລິດ ລູກສອນໄຟ ປ້ອງກັນອາກາດ S-400 ໃຫ້ແກ່ ອິນເດຍ ແລ້ວທີ່ໂຮງງານ Almaz-Antey ພາຍຫຼັງສໍາເລັດ
ຝ່າຍ ຣັດເຊຍ ຈະໄດ້ນໍາສົ່ງໃຫ້ແກ່ ອິນເດຍຕາມການເວລາທີ່ໄດ້ນັດໝາຍໃນສັນຍາ.

     ທ່ານ ເດນີສ ເມນຕູຣົບ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ຣັດເຊຍ ເວົ້າວ່າ: ນັບແຕ່ ມົສໂກ ແລະ ນີວເດວຮີ ເຊັນສັນຍາມູນຄ່າ 5,43 ຕື້ໂດ ລາ
ສະຫະລັດອາເມຣິກາ ເພື່ອ ຊື້ S-400 ຈໍານວນ 5 ຊຸດ ເມື່ອປີ 2018 ຜ່ານມາ. ປັດຈຸບັນ ຣັດເຊຍ ກໍໄດ້ລົງມືຜະລິດເພື່ອປະຕິບັດຕາມສັນຍາ. ກ່ຽວກັບບັນຫານີ້, ທາງ ວໍ
ຊິງຕັນ, ມີຫຼາຍຄັ້ງທີ່ກີດຫ້າມຂໍ້ຕົກລົງສັນຍາດັ່ງກ່າວ ແລະ ຂົມຂູ່ ອິນເດຍ ວ່າເປັນການກະທໍາທີ່ ລວງລະເມີດກັບ ອາເມຣິກາ.

     ລະບົບປ້ອງກັນອາກາດ S-400 ຂອງ ຣັດເຊຍ ສາມາດທໍາລາຍເປົ້າໝາຍທາງອາກາດ, ເຮືອບິນບໍ່ມີຄົນຂັບ, ລູກສອນໄຟ ຂອງຝ່າຍກົງກັນຂ້າມທີ່ຢູ່ໃນຄວາມສູງ 5
ຫາ 27 ກິໂລ ແມັດ. ຣາດາ ຂອງ S-400 ສາ ມາດຈັບເປົ້າໝາຍໄດ້ຊັດເຈນໃນໄລຍະ 600 ກິໂລແມັດ.

     ລະບົບປ້ອງກັນອາກາດນີ້, ຣັດເຊຍ ໄດ້ນໍາໃຊ້ມາແຕ່ ເດືອນ ສິງຫາ 2007. ຈີນແມ່ນປະເທດທໍາອິດທີ່ ຣັດເຊຍ ສະໜອງອາວຸດລຸ້ນນີ້ໃຫ້ ເພື່ອຍິງເປົ້າໝາຍສອດແນມ
ຫຼື ເປົ້າໝາຍໂຈມຕີທາງອາກາດຈາກຝ່າຍກົງກັນຂ້າມ. S-400 ມີ 4 ເລົາສໍາລັບຍິງ ລູກສອນໄຟ 32 ລູກ ແລະ ມີລະບົບສື່ສານບັນຊາເຄື່ອນທີ່ຄົບຊຸດ.