ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ ຈີນ ດຳ​ເນີນ​ການ​ທົດ​ສອບ​ການບິນ


ເອີ​ຫາງລົດບິນບໍ່ມີຄົນຂັບ

     ເອີຫາງ ຜູ້ຜະລິດເຮືອບິນບໍ່ມີຄົນຂັບຂອງ ຈີນ ໄດ້ສະແດງລົດໄຟຟ້າບິນໄດ້ບໍ່ມີຄົນຂັບ ທີ່ມີຊື່ວ່າ ເອີຫາງ 216 ຢູ່ສະຫະລັດອາເມຣິກາ ເປັນຄັ້ງທຳອິດ. ໃນວັນທີ 7
ມັງກອນ ທີ່ຜ່ານມາຕາມເວລາທ້ອງຖິ່ນ, ລົດໄຟຟ້າ​ເອີ​ຫາງ ບິນໄດ້ມີ 2 ບ່ອນນັ່ງ ໄດ້ບິນເປັນເວລາ 5 ນາທີ, ໃນພາກໃຕ້ຂອງເມືອງ Raleigh, ລັດ North Carolina.

     ເອີຫາງ 216 ແມ່ນ ປະກອບດ້ວຍໝໍ້ແປງໄຟຟ້າ 16 ໜ່ວຍ ແລະ ສາມາດບິນດ້ວຍຄວາມໄວ 128 ກິໂລແມັດຕໍ່ຊົ່ວໂມງ. ຜູ້ຜະລິດອ້າງວ່າ: ລົດໄຟຟ້າດັ່ງກ່າວ, ມີ
ນໍ້າໜັກປະມານ 272 ກິໂລກຣາມ ແລະ ສາມາດບັນທຸກສິນຄ້າ ຫຼື ຜູ້ໂດຍສານ 226 ກິໂລກຣາມ ຫາ 272 ກິໂລກຣາມ. ເຖິງຢ່າງໃດກໍຕາມ, ລົດໄຟຟ້າຍັງຢູ່ໃນໄລຍະ
ເລີ່ມຕົ້ນຂອງການພັດທະນາ.

     ທ່ານ ເອີຫາງ ກ່າວວ່າ: ບໍລິສັດໄດ້ດຳເນີນການທົດສອບຫຼາຍກວ່າ 2.000 ຖ້ຽວບິນໃນປະເທດ ຈີນ, ເນເທີແລນ, ກາຕາ ແລະ ສະຫະລັດ ອາຣັບເອມີເຣດ. ຫວ່າງ
ບໍ່ດົນມານີ້, ບໍລິສັດ ໄດ້ຍື່ນເອກະສານຈົດທະບຽນຂອງ NAS­DAQ ໃຫ້ກັບຄະນະກຳມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ ສະຫະລັດອາເມຣິກາ ແລະ ມີແຜນ ທີ່ຈະ
ອອກຫຸ້ນຈຳນວນ 100 ລ້ານ ໂດລາ. ສຸດທ້າຍ ເອີຫາງ ກຳນົດລາຄາຫຸ້ນຢູ່ທີ່ 12.50 ໂດລາ, ເຊິ່ງແມ່ນຈຸດສຸດທ້າຍຂອງລະດັບລາຄາ.

     ເອີຫາງ ໄດ້ຮັບການອະນຸມັດຈາກຜູ້ຄວບຄຸມຂອງ ຈີນ ໃນການເປີດບໍລິການການບິນທາງອາກາດໃນເຂດ ກວາງໂຈວ ປະເທດຈີນ. ສ່ວນໜຶ່ງຂອງໂຄງການທົດລອງ,
ເອີຫາງ ກຳລັງເຮັດວຽກຮ່ວມກັບລັດຖະບານກວາງໂຈວ ເພື່ອສ້າງສູນຄວບຄຸມການຈະລາຈອນທາງອາກາດ. ໂດຍມີແຜນທີ່ຈະນຳໃຊ້ໂຄງການທົດລອງເພື່ອທົດສອບເສັ້ນ
ທາງການບິນຫຼາຍກວ່າເກົ່າ ແລະ ສະໜາມບິນ ”ການຂຶ້ນ ແລະ ລົງຈອດ ”.

     ບໍລິສັດຍັງວາງແຜນທີ່ຈະຂົນສົ່ງອຸປະກອນການແພດທີ່ມີນໍ້າໜັກຕໍ່າ, ລວມທັງເລືອດ ແລະ ອະໄວຍະວະ ສຳລັບໃຊ້ໃນຍາມສຸກເສີນ. ບໍລິສັດຫຼາຍສິບແຫ່ງ, ໃນນັ້ນມີ
ບໍລິສັດ ເອີຫາງ ເຊື່ອວ່າ "ລົດບິນ" ຈະກາຍເປັນຮູບແບບທີ່ເໝາະສົມຂອງການຄົມມະນາຄົມ ໃນຕົວເມືອງໃນອະນາຄົດ. ລວມທັງຜູ້ຜະລິດ ໂດຣນ, ສາຍການບິນ, ບໍລິສັດ
ທີ່ໃຊ້ລົດ ແລະ ແມ່ນກະທັ້ງຜູ້ຜະລິດລົດບາງຄົນກໍເຊື່ອວ່າສິ່ງນີ້ ຈະເປັນໄປໄດ້ໃນອະນາຄົດ. ເຖິງແມ່ນວ່າຍັງມີບັນຫາດ້ານເທັກນິກຕ່າງໆ ແລະ ສິ່ງທ້າທາຍດ້ານກົດລະ
ບຽບ, ແຕ່ຈຳນວນຕົວຢ່າງທີ່ບິນໄປທົ່ວໂລກ ໄດ້ຊີ້ໃຫ້ເຫັນວ່າການບໍລິການລົດແທັກຊີບາງຊະນິດອາດຈະຖືກຮັບຮູ້ໃນທີ່ສຸດ.