ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຟີລິບປິນ ເຊັນສັນຍາຊື້ລູກ​ສອນ​ໄຟທີ່​ຜະລິດ​ໂດຍ ອິນເດຍ-ຣັດເຊຍ


ລູກ​ສອນ​ໄຟທີ່​ຜະລິດ​ໂດຍ ອິນເດຍ-ຣັດເຊຍ

     ຕາມຂ່າວຈາກ ເວັບໄຊ້ໜັງສືພິມກອງທັບປະຊາຊົນ ຫວຽດນາມ ອອນລາຍໃນວັນທີ 11 ທັນວາ ນີ້ວ່າ: ຟີລິບປິນ ກໍາລັງເລັ່ງເຊັນສັນຍາຊື້ລູກສອນໄຟຄວາມໄວກວ່າ
ສຽງ BrahMos ທີ່ຜະລິດໂດຍ ອິນເດຍ ແລະ ຣັດເຊຍ ດ້ວຍມູນຄ່າ 100 ລ້ານໂດລາ ສະຫະລັດ ໃຫ້ສໍາເລັດໃນປີ 2020 ທີ່ຈະມາເຖິງ.

     ຖ້າຫາກສັນຍາດັ່ງກ່າວສໍາເລັດ ຟີລິບປິນ ຈະກາຍເປັນຄູ່ຮ່ວມມືທໍາອິດໃນການສົ່ງອອກ ລູກສອນໄຟ BhMos ເພື່ອປະກອບໃຫ້ກອງປ້ອງກັນອາກາດຂອງ ຟີລິບປິນ.

     ໃນງານວາງສະແດງອຸປະກອນທາງການທະຫານນາໆຊາດ ເຊິ່ງຈັດຂຶ້ນທີ່ ນະຄອນຫຼວງ ມະນີລາ ໃນຕົ້ນເດືອນ ທັນວາ ທີ່ຜ່ານມາ, ກອງທັບ ຟີລິບປິນ ກໍໄດ້ນໍາສະເໜີ
ຮູບແບບຈໍາລອງຂອງລູກສອນໄຟລຸ້ນດັ່ງກ່າວອອກສູ່ຕະຫຼາດໂລກ.

     ລູກສອນໄຟ BrahMos ເປັນລູກສອນໄຟລຸ້ນມາດຕະຖານ ເຊິ່ງສາມາດບັນລຸຄວາມໄວໄດ້ ເຖິງ 280 ກິໂລແມັດ. ປັດຈຸບັນ ຣັດເຊຍ ແລະ ອິນເດຍ ກໍາລັງຢູ່ໃນຂັ້ນ
ຕອນການຄົ້ນຄວ້າທີ່ຈະພັດທະນາລູກສອນໄຟ   ທີ່ມີຄວາມໄວກວ່າສຽງເຖິງ 5 ເທົ່າອອກສູ່ຕະຫຼາດໂລກ.

     ເຖິງຢ່າງໃດກໍຕາມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ກໍມີທ່າອ່ຽງທີ່ຈະໃຊ້ງົບປະມານດ້ານປ້ອງກັນຊາດປີ 2020 ຂອງປະເທດຕົນເພື່ອຊື້ອາວຸດເຫຼົ່ານີ້.