ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ຈະ​ສ້າງໜວ່ຍງານ​ສູ້​ຮົບ​ອາວະ​ກາດ


     ຕາມຂ່າວຈາກໜັງສືພິມເອເລັກໂຕຣນິກ ຂອງກອງທັບປະຊາຊົນ ຫວຽດນາມ ສະບັບວັນທີ 9 ສິງຫາ 2019 ນີ້ວ່າ: ລັດຖະບານ ຍີ່ປຸ່ນ ກໍາລັງວາງແຜນວ່າໃນປີ 2020
ຈະສ້າງຕັ້ງໜ່ວຍປະຕິບັດງານອາວະກາດທີ່ຂຶ້ນກັບກະຊວງປ້ອງກັນປະເທດ, ເພື່ອຍົກສູງຄວາມສາມາດໃນການປ້ອງກັນອາວະກາດ. ທ່າທີດັ່ງກ່າວຂອງ ໂຕກຽວ ແມ່ນເພື່ຶອ
ໃຫ້ທຽບເທົ່າກັບບັນດາປະເທດມະຫາອຳນາດໃນໂລກເຊັ່ນ: ຣັດເຊຍ, ສະຫະລັດອາເມຣິກາ ແລະ ຈີນ ທີ່ກຳລັງມີການນຳເອົາອາວຸດປ້ອງກັນຂຶ້ນສູ່ວົງໂຄຈອນ.

     ໜັງສືພິມ YomiuriShimbun ຂອງຍີ່ປຸ່ນ ເຜີຍແຜ່ໃຫ້ຮູ້ຕື່ມອີກວ່າ: ໜ່ວຍງານສູ້ຮົບອາວະກາດ ທີ່ຈະສ້າງຕັ້ງຂຶ້ນໃໝ່ນີ້ ປະກອບມີສະມາຊິກທັງໝົດ 70 ຄົນ, ເຊິ່ງຈະ
ມີສຳນັກງານຢູ່ທີ່ຖານທັບອາກາດ ຢູ່ເມືອງ Fuchu ທາງທິດຕາເວັນຕົກຂອງນະຄອນຫຼວງໂຕກຽວ, ເຊິ່ງໂຄງຮ່າງຕ່າງໆຂອງກອງກຳລັງນີ້ ທາງລັດຖະບານຍີ່ປຸ່ນໄດ້ກະກຽມ
ມາຕັ້ງແຕ່ທ້າຍປີ 2018.

     ອີງຕາມແຫຼ່ງຂ່າວອື່ນໃຫ້ຮູ້ວ່າ: ໜ່ວຍປະຕິບັດງານອາວະກາດ ຍີ່ປຸ່ນ ຈະປະຕິບັດງານ ໂດຍອີງໃສ່ລະບົບຕິດຕາມອາວະກາດທີ່ມີຄວາມສັບຊ້ອນ, ລວມທັງລະບົບ​ເລ
ດາທີ່ລະອຽດອ່ອນ, ເຊັນເຊີ ແລະ ເທັກໂນໂລຢີທີ່ທັນສະໄໝ. ໜ່ວຍງານນີ້ຈະເລີ່ມດຳເນີນງານຢ່າງເປັນທາງການຕັ້ງແຕ່ປີ 2023 ເປັນຕົ້ນໄປໂດຍມີໜ້າທີ່ ຕົ້ນຕໍຄື ຕິດຕາມ
ກວດກາສິ້ນສ່ວນທີ່ແຕກຫັກທີ່ລອຍຢູ່ໃນອາວະກາດ, ຫຼື ໄພຄຸກຄາມຈາກປະເທດຄູ່ປໍລະປັກທີ່ອາດຈະຍິງລົງມາແຕ່ອາວະກາດ.

     ເພື່ອຍົກສູງປະສົບການຂອງທີມງານຊ່າງເຕັກນິກ ແລະ ເຕັກນິກການຕໍ່ສູ້ທາງອາວະກາດ, ຍີ່ປຸ່ນໄດ້ສົ່ງສະມາຊິກຂອງໜ່ວຍຕໍ່ສູ້ອາວະກາດໄປເຝິກອົບຮົມຢູ່ ສະຫະລັດ
ແລະ ອົງການການ ບິນອາວະກາດຍີ່ປຸ່ນ.

     ອີງຕາມການລາຍງານຂອງໜັງສືພິມ Yomiuri Shimbun, ໃນເບື້ອງຕົ້ນຍີ່ປຸ່ນໄດ້ວາງແຜນທີ່ຈະສ້າງຕັ້ງໜ່ວຍສູ້ຮົບອາວະກາດໃນປີ 2022, ແຕ່ຍ້ອນວ່າບັນດາປະ
ເທດມະຫາອຳນາດ ໃນໂລກໄດ້ເພີ່ມທະວີໃນດ້ານການສູ້ຮົບທາງອາວະກາດ, ສະນັ້ນຈຶ່ງເຮັດໃຫ້ ໂຕກຽວ ຈຳເປັນຕ້ອງໄດ້ຮີບຮ້ອນສ້າງຕັ້ງໜ່ວຍງານສູ້ຮົບທາງອາວະກາດ
ຂອງຕົນຂຶ້ນ.

     ການທີ່ ຍີ່ປຸ່ນ ຈະສ້າງຕັ້ງກໍາລັງສູ້ຮົບເທິງອາວະກາດໃນປີ 2020 ກໍຕົງກັບແນວຄິດຂອງ ສະຫະລັດ ເຊິ່ງຖືວ່າເປັນສັນຍານຮັດແໜ້ນການຮ່ວມມືລະຫວ່າງ ໂຕກຽວ
ແລະ ວໍຊິງຕັນ ໃນຂົງເຂດປ້ອງກັນອາວະກາດ.

     ກ່ອນໜ້ານັ້ນເມື່ອເດືອນເມສາ 2019 ທີ່ຜ່ານມາ ສະຫະລັດ ແລະ ຍີ່ປຸ່ນໄດ້ເຊັນສັນຍາກັນກ່ຽວກັບ ການທີ່ ສະຫະລັດ ຕິດຕັ້ງລະບົບເຊັນເຊີຕິດຕາມກວດກາອາວະ
ກາດ ໃສ່ດາວທຽມ Quasi Zenith Satellite ຂອງຍີ່ປຸ່ນ, ເຊິ່ງຈະຖືກສົ່ງຂຶ້ນສູ່ອາວະກາດ ໃນປີ 2023 ແລະ ນີ້ຖືເປັນບາດກ້າວສໍາຄັນໃນການຮ່ວມມືຂອງສອງປະເທດ
ໃນຂົງເຂດປ້ອງກັນອາວະກາດ.