ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮືອ​ບໍ່​ມີ​ຄົນ​ຂັບ​ລຳ​ທຳ​ອິດ​ຈະ​ແລ່ນ​ຂ້າມ​ມະຫາສະໝຸດອັດ​ລັງ​ຕິກ


ເຮືອບໍ່ມີຄົນຂັບ

     USV Maxlimer ເຮືອແລ່ນມະຫາສະໝຸດເທິງໜ້ານໍ້າທີ່ບໍ່ມີຄົນຂັບຈະຖືກຄວບຄຸມໃຫ້ເດີນໜ້າໄປແຄມຝັ່ງທາງໃຕ້ຂອງອັງກິດ ແລະ ຈະເຮັດການສໍາຫຼວດໃຕ້ພື້ນ
ທະເລເລິກໄປຕາມທາງ ໂດຍການນໍາທາງຂອງກັບຕັນເຮືອທີ່ຢູ່ໃນສະຖານີຄວບຄຸມຂອງອັງກິດ, ເຊິ່ງການເດີນທາງຄັ້ງນີ້ຄາດວ່າຈະໃຊ້ເວລາປະ ມານ 35 ວັນ.

     ເຮືອລໍານີ້ມີຄວາມຍາວ 12ແມັດ, ສ້າງຂຶ້ນໂດຍບໍລິສັດ Sea-Kit International ເຊິ່ງພັດທະນາເຮືອແລ່ນມະຫາສະໝຸດສໍາລັບອຸດສາຫະກຳການເດີນເຮືອ ແລະ ການ
ວິໄຈສໍາລັບ Shell Ocean Discovery XPRIZE ເຊິ່ງເປັນການແຂ່ງຂັນເພື່ອສໍາຫຼວດພື້ນມະຫາສະໝຸດໂດຍບໍ່ຕ້ອງໃຊ້ລູກເຮືອ ແລະ ມັນຍັງສາມາດປ່ອຍ ແລະ ກູ້ຄືນ
ຍານພາຫະນະໃຕ້ນໍ້າໄດ້ອັດຕະໂນມັດ ແລະ ມີປະສິດທິພາບທີ່ຈະໃຊ້ງານໃນບົດບາດທີ່ແຕກຕ່າງກັນ. ພ້ອມກັນນັ້ນມັນຍັງຄ້າຍຄືກັບລົດກະບະອາເນກປະສົງໃນນໍ້າມະຫາ
ສະໝຸດ, ມີຄວາມທົນທານ ແລະ ສາມາດດັດແປງໄດ້.

     ເຮືອລໍານີ້ຄວບຄຸມດ້ວຍຣີໂມດແບບມືຖືເມື່ອຢູ່ໃນທ່າເຮືອ ແລະ ເມື່ອມັນຢູ່ໃນນໍ້າມະຫາສະໝຸດ ຈະສາມາດສົ່ງຂໍ້ມູນຖ່າຍທອດສົດໄປຫາຜູ້ຄວບຄຸມຜ່ານດາວທຽມ
ຫຼາຍໆຊ່ອງໄດ້ ແລະ ຂະໜາດຂອງເຮືອນັ້ນກໍເປັນພຽງລໍານ້ອຍຂອງຂະໜາດເຮືອແລ່ນມະຫາສະໝຸດທີ່ໃຊ້ຢູ່ ໃນປັດຈຸບັນໂດຍຂະໜາດ ແລະ ການຂັບເຄື່ອນດ້ວຍໄຟຟ້າດີ
ເຊວໄຮບຣິດ ມາຮວມກັນສາມາດຫຼຸດການໃຊ້ນຳ້ມັນເຊື້ອໄຟລົງໄດ້ປະມານ 95%.