ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຸ່ນຍົນ Handle ຮຸ່ນໃໝ່ສຳລັບ​ຍົກ​ສິ່ງ​ຂອງ​ໃນ​ໂຮງງານ


     ບໍລິສັດ Bostn Dynamic ຜູ້ພັດທະນາຫຸ່ນຍົນທີ່ມີເທັກໂນໂລຢີການເຄື່ອນທີ່ທັນສະໄໝທີ່ສຸດໃນໂລກ. ຫຸ່ນຍົນ Handle ຮຸ່ນໃໝ່ທີ່ຖືກອອກແບບມາເພື່ອໃຊ້ງານ
ສໍາລັບຍົກສິ່ງຂອງໃນໂຮງງານ ເຊິ່ງເປັນຄວາມກ້າວໜ້າຫລ້າສຸດຂອງບໍລິສັດທີ່ມຸ່ງເນັ້ນພັດທະນາຫຸ່ນຍົນສໍາລັບໃຊ້ງານໃນການຂົນສົ່ງຫຼາຍຂຶ້ນ.

     ຫຸ່ນຍົນ Handle ຮຸ່ນໃໝ່ນີ້ມີຄວາມສູງປະມານ 2 ເເມັດ, ນໍ້າໜັກປະມານ 105 ກິໂລກຣາມສາມາດຍົກແກັດ ຫລື ສິ່ງຂອງໜັກ 15 ກິໂລກຣາມໄດ້, ໃຊ້ພະລັງງານ
ໄຟຟ້າ ແລະ ເຄື່ອນທີ່ດ້ວຍລໍ້ຄູ່ແຂນຫຸ່ນຍົນ 1 ຊຸດເຊິ່ງສາມາດໃຊ້ຍົກສິ່ງຂອງໂດຍການໃຊ້ຕົວດູດ. ຫຸ່ນຍົນເຮັດວຽກແບບອັດຕະໂນມັດໂດຍບໍ່ຈໍາເປັນຕ້ອງໃຊ້ຄົນຄວບ
ຄຸມ ແລະ ຍັງສາມາດເຮັດວຽກຮ່ວມກັບຫຸ່ນຍົນໂຕອື່ນພາຍໃນພື້ນທີ່ກໍານົດອີກດ້ວຍ.

     ບໍລິສັດ Bostn Dynamic ກໍ່ຕັ້ງໃນປີ 1992 ທີ່ປະເທດອາເມຣິກາເຊິ່ງເຄີຍຖືກບໍລິສັດ Googlex ຊື້ກິດຈະການ ແລະ ບໍລິຫານໃນຊ່ວງໄລຍະປີ 2013-2017.