ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກູເວດ ​ເປີດ​ເຜີຍ​ລົດ​ບັນທຸກທາງການທະຫານລຸ້ນ​ໃໝ່


     ຕາມຂ່າວສານການທະຫານຕ່າງປະເທດ ລາຍງານໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້, ກູເວດໄດ້ເຊັນສັນຍາຢ່າງເປັນທາງການສໍາລັບໃຊ້ບັນທຸກທາງການທະຫານຈໍານວນ
300 ຄັນ ທີ່ກໍາລັງຜະລິດຢູ່ ໃນຝຣັ່ງ, ເຊິ່ງສັນຍາສະບັບນີ້ຈະສົ່ງມອບກ່ອນຈໍານວນ 25 ຄັນ ເພື່ອມາປະກອບເຂົ້າກຳລັງພິເສດຂອງ ກູເວດ ໃນຕົ້ນປີນີ້.

     ລົດບັນທຸກລຸ້ນນີ້ແມ່ນຍານພາຫະນະທີ່ຖືກອອກແບບມາເປັນພິເສດ ສໍາລັບຄວາມຕ້ອງການດ້ານການທະຫານ ແລະ ມີປະສິດທິພາບສູງໃນການເຄື່ອນທີ່, ການປ້ອງ
ກັນ ແລະ ຂົນສົ່ງ.

     ເຊິ່ງມີຂະໜາດ 4x4, ມີຄວາມຍາວ 6,43 ແມັດ, ກວ້າງ 2,50 ແມັດ,ສູງ 2,51 ແມັດ, ມີນໍ້າໜັກ 9,9ໂຕນ, ສາມາດບັນຈຸພົນທະຫານໄດ້ ຈໍານວນ 10 ຄົນ ແລະ
ສາມາດແລ່ນດ້ວຍຄວາມໄວສູງສຸດ 110 ກິໂລແມັດຕໍ່ຊົ່ວໂມງ.

     ນອກຈາກນີ້, ຍັງສາມາດນໍາໃຊ້ການລາດຕະເວນ, ການບັນຊາ ແລະ ປະສານງານ, ກອງກໍາລັງພິເສດ, ການຂົນສົ່ງຍຸດໂທປະກອນທາງທະຫານ, ຂົນສົ່ງຄົນເຈັບ, ຕ້ານ
ການກໍ່ການຮ້າຍ ແລະ ທະຫານປ້ອງກັນຊາຍ ແດນ.