ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຕຣາລີ ໄດ້ນໍາສະເໜີຍົນສູ້ຮົບຈຳລອງ​ລຸ້ນ M-346FA


ຍົນສູ້ຮົບຈຳລອງ​ລຸ້ນ M-346FA

     ຕາມຂ່າວຈາກເວັບໄຊໜັງສືພິມກອງທັບປະຊາຊົນ ຫວຽດນາມ ອອນລາຍໃນ ວັນທີ 10 ທັນວາ ນີ້ວ່າ: ບໍລິສັດຜູ້ຮັບເໝົາຜະລິດຍົນສູ້ຮົບຂອງ ອີຕາລີ ໄດ້ນໍາສະເໜີ
ຍົນສູ້ຮົບຈຳລອງລຸ້ນ M-346FA ໃນງານວາງສະແດງປ້ອງກັນຊາດ ແລະ ຄວາມໝັ້ນຄົງສາກົນ Expo Denfensa 2019 ທີ່ນະ​ຄອນຫຼວງໂບໂກຕາ, ປະເທດໂກລົມບີ.

     ຜູ້ຕາງໜ້າບໍລິສັດຜູ້ຜະລິດຍົນລຸ້ນດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ຈຸດປະສົງໃນການນໍາສະເໜີຍົນສູ້ຮົບລຸ້ນດັ່ງກ່າວໃນງານວາງສະແດງ ໃນຄັ້ງນີ້ແມ່ນເພື່ອແນໃສ່ສົ່ງເສີມການ
ຜະລິດຍົນສູ້ຮົບລຸ້ນທຳມະດາໃຫ້ແກ່ຫຼາຍປະເທດ ໃນຕະຫຼາດໂລກ, ໂດຍສະເພາະແມ່ນເຂດອາເມຣິກາລາຕີນ.

     ຍົນສູ້ຮົບ M-346FA ຄາດວ່າຈະທົດລອງໃຊ້ຢ່າງເປັນທາງການຄັ້ງທໍາອິດ ໃນປີ 2020 ແລະ ຈະສົ່ງໃຫ້ລູກຄ້າທີ່ບໍ່ລະບຸຊື່ໃນປີ 2021. ໃນຂະນະດຽວກັນ, ຜູ້ຜະລິດ
ຍັງເປີດເຜີຍວ່າ ອາກຊັງຕິນມີຄວາມສົນໃຈຫຼາຍຕໍ່ຍົນລຸ້ນນີ້.

     ອີງຕາມວາລະສານ ປ້ອງກັນຊາດ ຂອງ Jane, ຍ  ົນສູ້ຮົບM-346FA ໄດ້ຖືກພັດທະນາມາຈາກຍົນ ພິເສດ M-346 ທີ່ໃຊ້ເພື່ອຝຶກນັກບິນ. ປັດຈຸບັນM-346 ແມ່ນ
ຢູ່ໃນກອງທັບອາກາດຂອງ ອີຕາລີ, ສິງກະໂປ, ອິດສະຣາແອນ, ໂປໂລຍ… ອີງຕາມຜູ້ຜະລິດ, M-346FA ຍັງຕອບສະໜອງມາດຕະຖານຍົນຝຶກແອບ ແລະ ໄດ້ເພີ່ມຄຸນ
ສົມບັດທີ່ຊ່ວຍໃຫ້ຍົນລຸ້ນດັ່ງກ່າວກາຍເປັນຍົນສູ້ຮົບລຸ້ນເບົາ. ດ້ວຍລາຄາພຽງແຕ່ 20 ລ້ານໂດລາ ສະຫະລັດ ຕໍ່ລໍາ ແລະ ຄ່າໃຊ້ຈ່າຍໃນການດຳເນີນງານຕໍ່າ, ການຜະລິດ
ຍົນ M-346FA ແມ່ນແນໃສ່ບັນດາປະເທດທີ່ຕ້ອງການຍົນທີ່ມີລາຄາຖືກ ແລະ ປະຢັດແຕ່ມີຄວາມສາມາດທຽບເທົ່າກັບຍົນສູ້ຮົບລຸ້ນໃຫຍ່ໄດ້.

     ກ່ຽວກັບຄວາມສາມາດໃນການປະກອບອາວຸດໃສ່ຍົນລຸ້ນດັ່ງກ່າວ ມີປືນກົນ 23 ມມ, ລູກສອນໄຟ (R27, R73, Kh25) ແລະ ລະເບີດລຸ້ນນ້ອຍ.

     ບາງຂໍ້ມູນສະເພາະຂອງ M-346 ປະກອບມີຄວາມຍາວ 11,5m, ປີກຍາວ 9,7 ແມັດ, ປະລິມານຂອງຮູ 4,6 ໂຕນ, ປະ ລິມານຮັບປະກັນສູງສຸດ 9,5 ໂຕນ, ຄວາມ
ໄວສູງສຸດ 1.255 km/h, ເພດານບິນ 13,7 ກິໂລ ແມັດ, ລູກເຮືອສອງຄົນ.