ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ ZMT ສະເໜີ ປືນກົນ UKM-2000C ໃຫ້ນອກແວ


ປືນກົນ UKM-2000C

     ຕາມຂ່າວການທະຫານຂອງ Jane’s ລາຍງານໃຫ້ຮູ້ວ່າ: ບໍລິສັດ Zaktady Mechaniczne Tarnów (ZMT) ໄດ້ນໍາສະເໜີ ປືນກົນ UKM-2000PE ຮຸ່ນທີ
ສອງ ຫຼ້າສຸດໃຫ້ກັບ ນອກແວ ໃນງານວາງສະແດງ ອາວຸດອຸດສາຫະກຳປ້ອງກັນຊາດ MSPO ທີ່ຈັດຂຶ້ນຢູ່ ເມືອງ ກີໂຊ ປະເທດ ໂປໂລຍ ໃນລະຫວ່າງວັນທີ 3-6 ກັນຍາ
ທີ່ຜ່ານມາ.

     ໂດຍອາວຸດຮຸ່ນ UKM- 2000PE ໄດ້ນໍາມາປັບປຸງຄືນໃໝ່ເປັນຮຸ່ນທີສອງ ຈາກຮຸ່ນ UKM-2000M ເຊິ່ງມີຂະໜາດ 7,62X51 ມມ ພ້ອມດ້ວຍຖົງບັນຈຸລູກກະສູນ
ຂະໜາດ 440 ມມ ຫຼື 540 ມມ, ມີນໍ້າໜັກ 9-10 ກິໂລ ແລະ ໄລຍະຍິງທີ່​ແນ່ນອນແມ່ນ 1.070-1.156 ແມັດ ພ້ອມນັ້ນຍັງສາມາດຍິງໄດ້ໄກສຸດເຖິງ 1.256 ແມັດ.

     ນອກນັ້ນ ບໍລິສັດ ZMT ຍັງໄດ້ປັບປຸງປືນກົນ UKM-2000C ສໍາລັບໃຊ້ໃນລົດຫຸ້ມເກາະ Leopard 2A4/A5s ພ້ອມດ້ວຍອຸປະກອນໄຟຟ້າ ເພື່ອປ່ຽນແທນປືນກົນ
MG3 ທີ່ຈະປົດປະຈໍາການນໍາໃຊ້ໃນ ກອງທັບບົກໂປໂລຍ.