ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດສະຣາແອນ ພັດທະນາ​ລົດ​ຕັງ​ຮຸ່ນ​ໃໝ່​ເພື່ອ​ທົດ​ແທນ Merkava


     ຕາມຂ່າວ ຈາກໜັງສືພິມເອເລັກໂຕຣນິກ ຂອງກອງທັບປະຊາຊົນຫວຽດນາມ ສະບັບ ວັນທີ 6 ສິງຫາ 2019 ຜ່ານມາວ່າ: ກະຊວງປ້ອງກັນປະເທດຂອງ ອິດສະຣາ
ແອນ ໄດ້ເຜີຍແຜ່ບັນດາຮູບພາບລົດຕັງຮຸ່ນໃໝ່ ທີ່ຄາດວ່າຈະເອົາມາປ່ຽນແທນລົດຕັງຮຸ່ນເກົ່າ Merkava ທີ່ປະຈໍາການ ໃນປັດຈຸບັນ ແລະ ການວາງສະແດງຮູບພາບ
ລົດຕັງຮຸ່ນໃໝ່ ໃນຄັ້ງນີ້ກໍເປັນຄັ້ງທໍາອິດໂດຍແມ່ນ 3 ບໍລິສັດຫຼັກ ທີ່ຜະລິດອາວຸດຊັ້ນນໍາຂອງ ອິດສະຣາແອນ ຄືບໍລິສັດ Elbit, Ra­fael ແລະ Israel Aerospace
Industries ເຂົ້າຮ່ວມ ໃນການພັດທະນາລົດຕັງຮຸ່ນໃໝ່ ພາຍໃຕ້ໂຄງການທີ່ຊື່ວ່າ Carmel.

     ກະຊວງປ້ອງກັນປະເທດຂອງ ອິດສະຣາແອນ ຢືນຢັນວ່າ: ຈຸດປະສົງຕົ້ນຕໍຂອງໂຄງການນີ້ແມ່ນ ເພື່ອປັບປຸງ ແລະ ພັດທະນາເທັກໂນໂລຢີ ທີ່ຕອບສະໜອງໄດ້ຕາມ
ຄວາມຕ້ອງການ​ໃນການສູ້ຮົບໃນ ອານາຄົດ.

     ບັນດາຂໍ້ມູນສະເພາະກ່ຽວກັບລົດຕັງຮຸ່ນໃໝ່ ທີ່ຈະມອບໃຫ້ກອງທັບ ອິດສະຣາເອນ ໃນອານາຄົດ ຍັງບໍ່ໄດ້ຖືກກຳນົດຢ່າງຈະແຈ້ງເທື່ອ ເພາະວ່າຕົ້ນແບບແມ່ນຍັງຢູ່
ໃນຂັ້ນຕອນການທົດລອງ ແລະ ປະເມີນຜົນ. ເຖິງຢ່າງໃດກໍຕາມ, ກະຊວງປ້ອງກັນປະເທດ ອິດສະຣາແອນ ຮຽກຮ້ອງໃນການພັດທະນາລົດຕັງຮຸ່ນ ໃໝ່ແມ່ນຕ້ອງແນໃສ່
ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງການແຂ່ງຂັນ, ໃຫ້ມີປະສິດທິພາບ, ນໍາໃຊ້ເທັກໂນໂລຢີທີ່ທັນສະໄໝ, ກະທັດຮັດ ແລະ ງ່າຍຕໍ່ການຄວບຄຸມ.
ນອກຈາກນັ້ນລົດ ຕັງຮຸ່ນໃໝ່ນີ້ຍັງມີລາຄາທີ່ບໍ່ສູງເກີນໄປຖ້າທຽບກັບລົດຕັງທີ່ນໍາໃຊ້ຢູ່ໃນປັດຈຸບັນ, ພ້ອມກັນນັ້ນລົດຕັງຮຸ່ນໃໝ່ຕ້ອງຫຼຸດຈໍານວນ ຄົນຂັບລົງໃຫ້ເຫຼືອ
ພຽງ 2 ຄົນ.

     ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ກະຊວງປ້ອງກັນປະເທດ ອິດສະຣາແອນ ບັນດາບໍລິສັດ ທີ່ຮ່ວມພັດທະນາລົດຕັງຮຸ່ນໃໝ່ນີ້, ກໍໄດ້ແກ້ໄຂບັນຫາ
ເພື່ອຍົກສູງຄຸນນະພາບຂອງຄົນຂັບໃຫ້ຮັບຮູ້ໄດ້ເຖິງສະຖານະການໃນສະໜາມຮົບ ດ້ວຍເທັກໂນໂລຢີທີ່ທັນສະໄໝ.