ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນສຳເລັດການສ້າງກຳປັ່ນສູ້ຮົບ ແບບສະເທືອນນ້ຳສະເທືອນບົກ

     ສຳນັກຂ່າວເຈມ ລາຍງານ ໃນວັນທີ 10 ເມສາ ນີ້ ວ່າ: ກອງທັບເຮືອ ຂອງ ສປ ຈີນ ໄດ້ບັນລຸຜົນສຳເລັດເບື້ອງຕົ້ນ ໃນການສ້າງກຳປັ່ນສູ້ຮົບ ລຸ້ນ
Yushen-class ເຊິ່ງເປັນກຳປັ່ນຂະໜາດໃຫຍ່ແບບສະເທືອນນ້ຳ ສະເທືອນບົກ ເປັນລຳທຳອິດ ແລະ ຖືກປ່ອຍລົງນ້ຳ ໃນແຂວງ ໄຫໜານ ຄາດວ່າຈະ
ຖືກທົດ ລອງດຳເນີນພາລະກິດ ໃນຂອບເຂດ ທົ່ວໂລກ.

     ສຳລັບກຳປັ່ນສູ້ຮົບລຸ້ນນີ້ ຖືກຄິດຄົ້ນເລີ່ມລົງມືສ້າງມາແຕ່ ປີ 2019 ແລະ ໄດ້ສຳເລັດ ໃນກາງ ປີ 2021 ເຊິ່ງໃນຕົ້ນປີ 2022 ໄດ້ມີການທົດລອງ
ແລ່ນ ແລະ ນຳໃຊ້ງານດ້ານຕ່າງໆ ໃນເບື້ອງຕົ້ນຖືໄດ້ວ່າເປັນການປະສົບຜົນສຳເລັດຄັ້ງໃຫຍ່ ທັງຄວາມສຳຄັນ ໃນຮອບດ້ານຂອງກອງທັບ ປົດປ່ອຍປະ
ຊາຊົນ ຈີນ.

     ໂດຍກຳປັ່ນສູ້ຮົບ ແບບສະເທືອນນໍ້າ ສະເທືອນບົກ ລຸ້ນນີ້ມີນໍ້າໜັກລວມ 40.000-50.000 ໂຕນ, ມີຄວາມຍາວ 237 ແມັດ, ກວ້າງ 36 ແມັດ,
ໃຊ້ເຄື່ອງຈັກນໍ້າມັນກາຊວນ, ສາມາດບັນທຸກເຮລີກົບແຕ ໄດ້ 30 ລຳ, ສ່ວນດ້ານອາວຸດ ບໍ່ມີການເປີດເຜີຍ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 12/04/2022