ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມຽນມາໄດ້ຮັບລົດຫຸ້ມເກາະຕີນຢາງ ຈາກລັດ​ເຊຍ


ລົດຫຸ້ມເກາະຕີນຢາງລຸ້ນ BRDM-2MS

     ອີງຕາມສື່ຂອງມຽນມາລະບຸວ່າ: ກອງທັບມຽນມາໄດ້ຮັບ ລົດຫຸ້ມເກາະຕີນຢາງລຸ້ນ BRDM-2MS ແລ້ວຈໍານວນ 33 ຄັນ. ໃນນັ້ນ, ລວມເຖິງ ລົດຫຸ້ມເກາະຕີນຢາງ
ທີ່ບໍ່ມີຄົນຂັບ ຈໍານວນ 3 ຄັນ. ຄາດວ່າກອງທັບ ມຽນມາ ຈະນໍາລົດຫຸ້ມເກາະລຸ້ນ BRDM-2MS ຈາກ ຣັດເຊຍ ເຂົ້າປະຈໍາການໃນ ກອງຮ້ອຍລາດຕະເວນຍານເກາະ, ເຊິ່ງ
ຈະໄດ້ປະກອບໃຫ້ແຕ່ລະກອງຮ້ອຍຈໍານວນ 14 ຄັນ, ເຮັດໃຫ້ຈໍານວນຈະໄດ້ມີການຈັດຊື້ລວມປະມານ 56 ຄັນ.

     ກອງທັບມຽນມາໜ້າຈະເປີດຕົວ ລົດຫຸ້ມເກາະລາດຕະເວນຕີນຢາງ ລຸ້ນ BRDM-2MS 4x4 ຂອງຕົນຢ່າງເປັນທາງການ. ໃນພິທີສວນສະໜາມວັນກອງທັບແຫ່ງຊາດ
ມຽນມາ ຄົບຮອບ 75 ປີ ທີ່ຈະມາເຖິງໃນວັນທີ 27 ມີນາ 2020 ນີ້, ປະເທດມຽນມາ ເປັນປະເທດທີສອງໃນກຸ່ມປະເທດ ອາຊຽນ ທີ່ຈັດຊື້ BRDM-2MS 4x4 ຈາກ ຣັດ
ເຊຍ, ນອກຈາກນັ້ນ,ໃນໄລຍະປີ 2019 ຣັດເຊຍ ຍັງໄດ້ມອບລົດຫຸ້ມເກາະລາດຕະເວນຕີນຢາງ BRDM-2MS 4x4, ໃນຮູບແບບຄວາມຊ່ວຍເຫຼືອທາງທະຫານແກ່ປະ
ເທດ ແຊກບີ, ກຽກກິດສະຖານ ແລະ ຕັດຈິກິດສະຖານ. ລົດຫຸ້ມເກາະຕີນຢາງ ລຸ້ນ BRDM-2MS ໄດ້ຮັບການປັບປຸງໃຫ້ມີຄວາມ ທັນສະໄໝຂອງ ລົດຫຸ້ມເກາະລາດຕະ
ເວນຕີນຢາງ ຈາກລົດຫຸ້ມເກາະລຸ້ນ BRDM-2, ລົດຫຸ້ມເກາະລຸ້ນດັ່ງກ່າວນີ້, ມີຄວາມແຕກຕ່າງຈາກລຸ້ນ BRDM-2 ຫຼາຍຢ່າງເຊັ່ນ: ໄດ້ຮັບການປັບປຸງ ແລະ ຕິດຕັ້ງເຄື່ອງ
ຈັກ ທີ່ໃຊ້ນໍ້າມັນກະຊວນ, ແຕ່ລຸ້ນເດີມແມ່ນໃຊ້ຈັກນໍ້າມັນແອັດຊັງ, ຕິດຕັ້ງກ້ອງ Eletro-Optical ໃສ່ດ້ານຫຼັງປ້ອມປືນກົນໜັກ KPVT ຂະໜາດ14,5 ມມ ແລະ ຕິດຕັ້ງ
ແຜນເກາະເສີມ ລຸ້ນ applique ໃສ່ອີກດ້ວຍ.