ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາທົດລອງລະບົບຕ້ານ​ການລະ​ເບີດ​ຂອງ​ຫົວ​ລູກປືນ​ຕ້ານ​​ແບບ​ໃໝ່ ທີ່​ຕິດ​ຕັ້ງ​ໃສ່​ລົດ​ຕັງ


     ຕາມຂ່າວຈາກເວບໄຊໜັງສືພິມກອງທັບປະຊາຊົນ ຫວຽດນາມ ອອນລາຍ ໃນວັນທີ 9 ທັນວາ ນີ້ວ່າ: ກອງທັບ ສະຫະລັດອາເມຣິກາ ກໍາລັງດໍາເນີນການທົດລອງ
ລະບົບ (APS) ເຊິ່ງເປັນລະບົບສະກັດກັ້ນການລະເບີດຈາກຫົວລູກປືນ. ສະເພາະແມ່ນການແຕກຂອງຫົວຮົບເບ 40 ລຸ້ນໃໝ່ ທີ່ທັນສະໄໝເຊິ່ງປະກອບໃນລົດຕັງໃນໄຕ
ມາດ III ຂອງປີ 2020.

     ລະບົບ (APS) ລຸ້ນໃໝ່ຈະມີຄວາມຄ້າຍຄືກັນກັບ Trophy ແລະ Iron Fist ຂອງອິດສະຣາແອນ, Arena ຂອງ ຣັດເຊຍ, GL5 ຂອງຈີນ ແລະ AMAP-ADS
ຂອງເຢຍລະມັນ.

     ລະບົບດັ່ງກ່າວ ຍັງມີການປະສົມປະສານກັບເຊັນເຊີເຊິ່ງສະແກນໄດ້ 360 ອົງສາ ອ້ອມຕົວລົດ ເພື່ອຕິດຕາມ ແລະ ກວດກາການເຄື່ອນໄຫວຂອງຝ່າຍກົງກັນຂ້າມ
ໃນບໍລິເວນໃກ້ຄຽງເພື່ອລາຍງານໄປຫາຫ້ອງໂດຍສານ, ຈາກນັ້ນຄອມພິວເຕີຈະລາຍງານໄປຫາລະບົບອາວຸດ ເພື່ອຈັບເປົ້າໝາຍ ແລະ ໂຈມຕີເປົ້າໝາຍດ້ວຍປືນກົນ ຫຼື
ລູກສອນໄຟຕາມຄວາມເໝາະສົມຂອງເປົ້າໝາຍທີ່ຈະທໍາລາຍດ້ວຍຄວາມໄວສູງ. ເຊິ່ງກ່ອນໜ້ານັ້ນກອງທັບ ສະຫະລັດອາເມຣິກາ ກໍໄດ້ທົດລອງລະບົບ APS ທີ່ຕິດຕັ້ງ
ໃນລົດຕັງ M1A2 Abrams ມາແລ້ວ.