ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ລົງ​ນາມ​ສ້າງ​ກຳ​ປັນ​ຂະໜາດ​ໃຫ່ຍ​ໃຫ້​ແກ່​ກອງທັບ​ ໄທ


ກຳ​ປັ່ນ​ຂົນ​ສົ່ງ​ອຸປະກອນ​ຂະໜາດ​ໃຫ່ຍ Type071E

     ຕາມຂ່າວ ການທະຫານຕ່າງປະເທດ ລາຍງານໃຫ້ຮູ້ວ່າ: ໄດ້ມີພິທີລົງນາມສັນຍາສ້າງ ກຳ​ປັ່ນຂະໜາດໃຫຍ່ Type 071E ລະຫວ່າງຈີນ ແລະ ໄທ ໂດຍກອງທັບເຮືອ
ໄທ ໄດ້ຕັ້ງງົບປະມານໄວ້ 130 ລ້ານ ໂດລາ ສໍາລັບຈັດຫາ ກຳ​ປັ່ນ​ຂະໜາດ ລໍາໃໝ່ ເຊິ່ງຄາດວ່າໃນລາ ຄານີ້ຈະບໍ່ລວມລະບົບອາວຸດ ແລະ ເຣດາ ເດີນກຳ​ປັ່ນ ຕ່າງໆ ທີ່
ກອງທັບເຮືອຈະຈັດຫາລະບົບຈາກ ຕາເວັນຕົກ.

     ກຳ​ປັ່ນ​ຂະໜາດ​ໃຫ່ຍ Type071E ມີຄວາມແຮງແຫກນໍ້າປະມານ 22.000-25.000 ໂຕນ, ມີຄວາມຍາວ 210 ແມັດ, ກ້ວາງ 28 ແມັດ, ມີຄວາມໄວສູງສຸດ 46
ກິໂລ ແມັດ ຕໍ່ຊົ່ວໂມງ, ມີໄລຍະປະຕິບັດການໄກສຸດ 19.000 ກິໂລແມັດ, ສາມາດຮອງຮັບຍານລໍາລຽງ ກຳ​ລັງ​ພົນ​ໄດ້ 4 ຄັນ, ບັນຈຸກຳ​ລັງ 600- 800 ຄົນ ແລະ ຮອງ
ຮັບ ເຮລີກົບແຕ ໄດ້ 4 ລໍາ ໂດຍສາມາດຕິດປືນໃຫຍ່ໄດ້ 1 ກະບອກ, ລະບົບປ້ອງກັນໄລຍະປະສິດ 4 ລະບົບ, ແທ່ນຍິງເປົ້າລວງ ແລະ ປືນກົນໜັກ.

     ຢ່າງໃດກໍຕາມຮູບແບບທີ່ ກອງທັບເຮືອ ໄທ ຈະໄດ້ຮັບ ແລະ ຂໍ້ມູນອື່ນໆ ເພີ່ມຕື່ມນັ້ນຍັງບໍ່ທັນຖືກເປີດເຜີຍອອກມາ ແລະ ຄາດວ່າ ກຳ​ປັ່ນ ລໍານີ້ ຈະມາເຮັດໜ້າທີ່ລໍາ
ລຽງອຸປະກອນຕ່າງໆ ໃຫ້ແກ່ກຳ​ປັ່ນດໍານໍ້າ.