ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກີດ​ຂໍ້​ສົງ​ໄສໃນການທົດລອງອາວຸດຄວາມໄວກວ່າສຽງຂອງ​ ອາ​ເມ​ລິ​ກາ


ອາວຸດຄວາມໄວກວ່າສຽງ

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ຢັ້ງຢືນເຖິງຜົນສໍາເລັດໃນການທົດລອງອາວຸດ
ຄວາມໄວກວ່າສຽງລຸ້ນ C-HGB ຢູ່ເກາະຮາວາຍ.

      ຜູ້ຊ່ຽວຊານດ້ານການທະຫານຂອງ ສະຫະລັດອາເມຣິກາ ກ່າວວ່າ: ອາວຸດຄວາມໄວກວ່າສຽງລຸ້ນ C-HGB ໄດ້ສະແດງເຖິງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ
ທາງການທະຫານ ແລະ ຖືເປັນການຍົກລະດັບໃນການພັດທະນາອາວຸດຄວາມໄວກວ່າສຽງຂອງກອງທັບຕົນໃຫ້ທຽບເທົ່າກັບປະເທດອື່ນ. ທ່ານ ເຊີເກ ດີນີເຊັນເຊບ ຫົວ
ໜ້າ ສູນວິເຄາະດ້ານເຕັກໂນໂລຊີ ທາງອຸປະກອນການທະຫານຂອງ ຣັດເຊຍ ກ່າວວ່າ: ການຢັ້ງຢືນເຖິງຜົນສໍາເລັດໃນການທົດລອງອາວຸດຄວາມໄວກວ່າສຽງລຸ້ນ C-HGB
ຂອງສະຫະລັດອາເມຣິກາ ເປັນພຽງການທົດລອງສ່ວນໜຶ່ງໃນອົງປະກອບຂອງອາວຸດຄວາມໄວກວ່າສຽງຕິດຕັ້ງ  ຫົວລະເບີດ ເຊິ່ງສາມາດຍິງໄດ້ໄລຍະໄກທີ່ ສະຫະລັດ
ອາເມຣິກາ ພັດທະນາມາໄດ້ຫຼາຍປີແລ້ວ.

     ທ່ານ ເຊີເກ ດີນີເຊັນເຊບ ຍັງໃຫ້ຮູ້ຕື່ມອີກວ່າ: ຂໍ້ມູນກ່ຽວກັບຜົນສໍາເລັດໃນການທົດລອງອາວຸດຄວາມໄວກວ່າສຽງລຸ້ນໃໝ່ຂອງ ສະຫະລັດອາເມຣິກາ ໃນຄັ້ງນີ້ ອາດ
ມີສ່ວນກ່ຽວຂ້ອງໃນການສະໜັບໜູນການເລືອກຕັ້ງຂອງປະທານາທິບໍດີ ສະຫະລັດອາເມຣິກາ ທີ່ຈະມີຂຶ້ນໃນມໍ່ໆນີ້.