ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີ​ນປ່ອຍຈະຫຼວດຈາກເຮືອສຳ​ເລັດ​ເປັນ​ຄັ້ງ​ທຳ​ອິດ


     ຈີນປະສົບຜົນສໍາເລັດໃນການປ່ອຍຈະຫຼວດຈາກເຮືອທີ່ລອຍລໍາຢູ່ກາງທະເລ ເປັນຄັ້ງທໍາອິດເມື່ອວັນພຸດທີ່ຜ່ານມາ, ນັບເປັນຄວາມກ້າວໜ້າຫຼ້າສຸດຂອງໂຄງການສໍາ
ຫຼວດອະວະກາດຂອງປະເທດ.

     ຖະແຫລງການຂອງອົງການອະວະກາດແຫ່ງຊາດຈີນ ຫຼື CNAA ກ່າວວ່າ: ຈະຫຼວດລອງມັດ 11  ( Long March 11 ) ພຸ່ງທະຍານຂຶ້ນຈາກຖານເທິງເຮືອຂະໜາດ
ໃຫຍ່ທີ່ລອຍລໍາຢູ່ໃນນ່ານນໍ້າທະເລເຫຼືອງເມື່ອຕອນທ່ຽງຂອງວັນທີ 5 ມິຖຸນາ 2019. ຈະຫຼວດລອງມັດ 11 ລູກນີ້ເຊິ່ງມີຂະໜາດນ້ອຍຖືກອອກແບບມາເພື່ອໃຫ້ສາມາດ
ປ່ອຍໂຕໄດ້ຢ່າງວ່ອງໄວ ແລະ ຈາກຖານປ່ອຍເຄື່ອນທີ່ເຊັ່ນເຮືອ ແລະ ບັນທຸກດາວທຽມ 7 ດວງຂຶ້ນໄປປ່ອຍເທິງວົງໂຄຈອນໂລກຮວມໄປເຖິງດວງໜຶ່ງເຊິ່ງເປັນດາວທຽມ
ກວດຈັບກະແສຜິວທະເລເພື່ອຄາດການເກີດພາຍຸໃຕ້ຝຸ່ນ.

     ນອກຈາກນັ້ນຈະຫລວດຍັງບັນທຸກດາວທຽມການສື່ສານ 2 ດວງຂອງໄຊນ່າ 125 ບໍລິສັດເທັກໂນໂລຢີແຫ່ງນະຄອນຫຼວງປັກກິ່ງທີ່ມີແຜນສົ່ງດາວທຽມສູ່ວົງໂຄ
ຈອນ ອີກຫລາຍຮ້ອຍດວງ ເພື່ອໃຫ້ບໍລິ ການເຄືອຂ່າຍທົ່ວໂລກ. ປັດຈຸບັນຈີນໃຊ້ຈ່າຍເງິນຫຼາຍກວ່າລັດເຊຍ ແລະ ຍີ່ປຸ່ນໃນໂຄງການອະວະກາດທັງພົນລະເຮືອນ ແລະ
ກອງທັບເຊິ່ງໄດ້ປະກາດແຜນການສົ່ງມະນຸດໄປລົງດວງຈັນ ແລະ ດາວອື່ນໆ ພາຍໃນ 10 ປີຂ້າງໜ້າ.