ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຟິນ​ແລນ ​ແລະ​ ລັດ​ເວ​ຍ ຮ່ວມມືພັດທະນາລົດຕັງລຸ້ນ​ໃໝ່


ລົດຕັງເຄື່ອນຍ້າຍພົນລຸ້ນໃໝ່

     ຕາມຂ່າວຈາກ ໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ທ່ານ ແອນຕິກໄກໂກເນັນ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຟິນແລນ ແລະ ທ່ານ ອາດຕິກ
ພັບລິກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ລັດເວຍ ໄດ້ເຊັນສັນຍາຮ່ວມມືພັດທະນາ ລົດຕັງເຄື່ອນຍ້າຍພົນລຸ້ນໃໝ່ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ
ໃນການສູ້ຮົບຕົວຈິງຂອງ ກອງທັບສອງປະເທດ.

     ທ່ານ ແອນຕິກໄກໂກເນັນ ຍັງໄດ້ກ່າວວ່າ: ການຮ່ວມມືລະຫວ່າງຟິນແລນ ແລະ ລັດເວຍ ໃນຄັ້ງນີ້ ມັນອາດຈະເປັນການເປີດກວ້າງການຮ່ວມມືດ້ານວຽກງານປ້ອງ
ກັນຊາດກັບຫຼາຍໆປະເທດຂອງ ເອີຣົບ ໃນອະນາຄົດ.

     ລົດຕັງລຸ້ນໃໝ່ນີ້ ພັດທະນາຂຶ້ນບົນພື້ນຖານລົດ 6x6 Patria, ມີຄວາມຍາວ 7,5 ແມັດ, ກວ້າງ 2,9 ແມັດ ແລະ ສູງ 2,5 ແມັດ. ສາມາດຮັບນ້ຳໜັກໄດ້ 8,5 ໂຕນ,
ສາມາດແລ່ນດ້ວຍຄວາມໄວໃນການເດີນທາງ 100 ກິໂລແມັດ ຕໍ່ຊົ່ວໂມງ.

     ຜູ້ຊ່ຽວຊານດ້ານການທະຫານ ໄດ້ກ່າວວ່າ: ການຮ່ວມມືລະຫວ່າງ ຟິນແລນ ແລະ ລັດເວຍ ໃນການຜະລິດພາຫະນະສູ້ຮົບໃນຄັ້ງນີ້ ຈະເປັນການເປີດກວ້າງລົດຕັງ ລຸ້ນ
Patria ອອກສູ່ຕະຫຼາດໂລກ ດ້ວຍຈຸດພິເສດຂອງລົດຕັງເຄື່ອນຍ້າຍພົນລຸ້ນດັ່ງກ່າວ ເປັນລຸ້ນທີ່ມີການປະສົມປະສານກັບບັນດາອຸປະກອນ ເອເລັກໂຕຣນິກ ທີ່ທັນສະໄໝ
ແລະ ກ້າວໜ້າສຸດໃນປັດຈຸບັນ.