ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ເກົາຫຼີ ສຳ​ເລັດ​ການ​ທົດ​ລອງ​ຍິງ​ດາວ​ທຽມຂຶ້ນສູ່ອະວະກາດ


     ສຳນັກຂ່າວ ຊິນຮວາ ລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 8 ທັນວາ ທີ່ຜ່ານມາໂຄສົກສໍານັກງານວິທະຍາສາດປ້ອງກັນຊາດ ຂອງ ເກົາຫຼີເໜືອ ກ່າວວ່າ: ເກົາຫຼີເໜືອ ໄດ້
ສໍາເລັດການທົດລອງຍານອາວະກາດ, ເຊິ່ງເປັນການທົດລອງຄັ້ງປະຫວັດສາດທີ່ສໍາຄັນຂອງ ສປປ ເກົາຫຼີ.

     ໃນຕອນບ່າຍຂອງວັນທີ 8 ທັນວາ ທີ່ຜ່ານມາສະຖາບັນປ້ອງກັນຊາດ ສປປ ເກົາຫຼີ ໄດ້ລາຍງານຕໍ່ຄະນະກໍາມະການສູນກາງພັກ ເກົາຫຼີ ວ່າຜົນສໍາເລັດຂອງການທົດ
ລອງຍິງດາວທຽມຂຶ້ນສູ່ອະວະກາດ ຢູ່ສະຖານທີ່ຍິງດາວທຽມທາງທະເລພາກຕາເວັນຕົກ ໄດ້ສໍາເລັດໄປດ້ວຍດີ, ນີ້ແມ່ນຜົນສໍາເລັດ ຄັ້ງປະຫວັດສາດທີຍິ່ງໃຫຍ່ ແລະ ສຳ
ຄັນຂອງ ສປປເກົາ ຫຼີ.

     ນັກວິເຄາະຫຼາຍທ່ານກ່າວວ່າ: ຜົນສໍາເລັດຂອງການທົດສອບທີ່ສໍາຄັນຄັ້ງນີ້ ອາດຈະພາໃຫ້ ສປປ ເກົາຫຼີ ມີບົດບາດສໍາຄັນໃນການຫັນປ່ຽນຕໍາແໜ່ງທາງດ້ານຍຸດ
ທະສາດຕ່າງໆ ຂອງ ສປປ ເກົາຫຼີ.