ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

BAE Systems ພັດທະນາ​ແນວ​ຄວາມ​ຄິດ​ສະໜາມຮົບ​ທີ່​ບໍ່​ມີ​ທະຫານ


ຍານພາຫະນະສູ້ຮົບ M113 AS4

     ຕາມຂ່າວຈາກໜັງສືພິມເອເລັກໂຕຣນິກ ຂອງກອງທັບປະຊາຊົນ ຫວຽດນາມ ສະບັບ ວັນທີ 30 ກັນຍາ 2019 ນີ້ວ່າ: ບໍລິສັດ BAE Systems ຂອງອັງກິດໄດ້ຮ່ວມ
ມືກັບ ກອງທັບ ອົສຕຣາລີ ກໍາລັງ ພັດທະນາເທັກໂນໂລຢີ ການຕໍ່ສູ້ອັດຕະໂນມັດແບບໃໝ່ທີ່ທັນສະໄໝບົນພື້ນຖານໃຊ້ ລົດຫຸ້ມເກາະ ບັນທຸກທະຫານ M113 AS4 ຈໍາ
ນວນສອງຄັນ, ເຊິ່ງຄາດວ່າຈາກການນໍາໃຊ້ ເທັກໂນໂລຢີ ອັນນີ້ໃນອານາຄົດຈະບໍ່ຈຳເປັນຕ້ອງມີທະຫານຢູ່ໃນສະໜາມຮົບອີກ.

     ຍານພາຫະນະສູ້ຮົບ M113 AS4 ຈະເຄື່ອນໄຫວໃນສະໜາມຮົບແບບອັດຕະໂນມັດໂດຍອາໄສ ເທັກໂນໂລຢີ ສະໝອງທຽມ (AI) ແລະ ຫຸ່ນຍົນຈະສາມາດປະຕິບັດ
ການສູ້ຮົບ ຫຼື ລາດຕະເວນສືບຂ່າວໂດຍໄດ້ຮັບການຊ່ວຍໜູນຈາກບັນດາຫຸ່ນຍົນສູ້ຮົບຕົວອື່ນໆ. ທາງບໍລິສັດ BAE Systems ຄາດວ່າການພັດທະນາໄລຍະທຳອິດຂອງ
ໂຄງການນີ້ຈະສຳເລັດໃນ ເດືອນ ຕຸລາ 2019 ນີ້.

     ທ່ານ Brad Yelland ຜູ້ອຳນວຍການດ້ານ ເທັກໂນໂລຢີ ຂອງ BAE Systems ໄດ້ຕີລາຄາກ່ຽວກັບທິດທາງໃນການພັດທະນາ ເທັກໂນໂລຢີ ດ້ານການທະຫານ
ແບບໃໝ່ນີ້ວ່າ: ການນຳໃຊ້ ເທັກໂນໂລຢີ ດ້ານການທະຫານ ແບບໃໝ່ນີ້ຈະມີຄວາມແຕກຕ່າງກັນຫຼາຍກັບສະໜາມຮົບໃນປັດຈຸບັນ. ການນໍາໃຊ້ ເທັກໂນໂລຢີພາຫະນະ
ເຄື່ອນໄຫວເອງໂດຍອັດຕະໂນມັດເພື່ອຊ່ວຍທະຫານ ໃນການສູ້ຮົບກຳລັງໄດ້ຮັບການເອົາໃຈໃສ່ຢ່າງແຂງແຮງ, ເຊິ່ງພວກມັນຈະຄ່ອຍໆເຂົ້າມາແທນທີ່ຂອງມະນຸດໃນຫຼາຍ
ຂົງເຂດສະໜາມຮົບທີ່ແຕກຕ່າງກັນ.

     ເຖິງຢ່າງໃດກໍຕາມການນຳເອົາ ເທັກໂນໂລຢີ AI ນຳໃຊ້ເຂົ້າໃນການປະກອບອາວຸດທາງ ການທະຫານແມ່ນກຳລັງຜະເຊີນກັບຄວາມສົງໄສ ແລະ ການຕໍ່ຕ້ານຈາກນັກ
ວິທະຍາສາດ ຍ້ອນກັງວົນວ່າບັນດາເຄື່ອງຈັກເຫຼົ່ານີ້ ເມື່ອມັນຖືກພັດທະນາເຖິງຈຸດສຸດຂີດຄວາມ ສະຫຼາດແລ້ວພວກມັນຈະກາຍເປັນອັນຕະລາຍຫຼາຍຖ້າຫາກໄດ້ຕິດ
ຕັ້ງອາວຸດໃສ່.