ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ຍົກ​ລະດັບອາວຸດຍຸດໂທປະກອນ ຫຼັງການ​ແຂ່ງຂັນ​ກິລາ​ການ​ທະຫານ​ນາໆຊາດ 2020

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ຫຼັງຈາກສໍາເລັດການແຂ່ງຂັນກີລາການທະຫານນາໆຊາດ 2020, ທ່ານ ພົນເອກ ເຊີເກ ໂຊຍກູ
ລັດຖະມົນຕີ ກະຊວງປ້ອງກັນປະເທດ ຣັດເຊຍໄດ້ປະກາດແຜນການຍົກລະດັບອາວຸດຍຸດໂທປະກອນທາງການທະຫານຂອງກອງທັບ ຣັດເຊຍ ໂດຍອີງໃສ່ປະສົບການ ແລະ
ຄວາມເປັນຈິງຂອງການນໍາໃຊ້ອາວຸດຊະນິດຕ່າງໆ ເຂົ້າໃນການແຂ່ງຂັນກີລາການທະຫານຄັ້ງດັ່ງກ່າວ.

     ລັດຖະມົນຕີ ກະຊວງປ້ອງກັນປະເທດ ຣັດເຊຍ ຍັງໄດ້ກ່າວຕື່ມອີກວ່າ: ເຖິງວ່ານັກກີລາທີ່ມາຈາກຫຼາຍປະເທດເຂົ້າຮ່ວມໃນການແຂ່ງຂັນຈະມີປະສົບການໃນການ
ນໍາໃຊ້ອາວຸດຍຸດໂທປະກອນ ແລະ ບັນລຸໄດ້ຜົນສໍາເລັດໃນການແຂ່ງຂັນກີລາການທະຫານຂອງແຕ່ລະຄັ້ງໃນໄລຍະຜ່ານມາ, ແຕ່ຈາກການຖອດຖອນບົດຮຽນຕົວຈິງຂອງ
ການແຂ່ງຂັນຈະເຫັນໄດ້ຈຸດອ່ອນ ແລະ ຂໍ້ບົກຜ່ອງຕ່າງໆຂອງອາວຸດແຕ່ລະຊະນິດ, ສະນັ້ນ, ມັນມີຄວາມຈໍາເປັນຈະຕ້ອງໄດ້ພັດທະນາເຕັກໂນໂລຊີດ້ານການທະຫານໄປ
ຕາມຍຸກສະໄໝ. ນອກຈາກນັ້ນ, ການແຂ່ງຂັນກີລາການທະຫານໃນຄັ້ງນີ້ຍັງໄດ້ເຮັດໃຫ້ຜູ້ຕາງໜ້າບັນດາ ບໍລິສັດຜະລິດອາວຸດ ທາງການທະຫານທີ່ເຂົ້າຮ່ວມຍັງໄດ້ຖອດ
ຖອນບົດຮຽນຈາກຕົວຈິງ ເພື່ອນໍາໄປພັດທະນາພາຫະນະອາວຸດທີ່ຜະລິດຈາກ ບໍລິສັດຕົນໃຫ້ມີຄວາມທັນສະໄໝ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວ
ຈິງຕາມຍຸກສະໄໝໃໝ່.