ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດອາເມຣິກາ ເລີ່ມປົດປະຈໍາການລົດຕັງຫຼັກ


ລົດຕັງຫຼັກລຸ້ນ M1A1 FEP Abrams

     ກອງທັບ ສະຫະລັດອາເມຣິກາ ເລີ່ມປົດປະຈໍາການລົດຕັງຫຼັກລຸ້ນ M1A1 FEP Abrams ຕາມ ແຜນການປັບປຸງໂຄງສ້າງຂອງກອງທັບ, ໂດຍເມື່ອ ວັນທີ 6 ກໍລະ
ກົດ ໄດ້ມີການເຜີຍແຜ່ຮູບພາບຈາກກອງທັບລົດຕັງທີ 1 ຂອງ ກອງທັບ ສະຫະລັດອາເມຣິກາ ໄດ້ນໍາລົດຕັງຫຼັກລຸ້ນ M1A1FEP Abrams ຂຶ້ນລົດບັນທຸກລຸ້ນຕໍ່າ ເຊິ່ງ
ເປັນການສະແດງໃຫ້ເຫັນເຖິງການປົດປະຈໍາການລົດ ແລະ ການເຄື່ອນຍ້າຍລົດຕັງ, ໂດຍ 2 ອາທິດຕໍ່ມາ ກອງຮ້ອຍ A ຂອງ ກອງພັນລົດຕັງທີ 1 ກໍມີພິທີປົດປະຈໍາການ
ລົດຕັງ M1A1 FEP ອີກເຊັ່ນກັນ, ສ່ວນທາງດ້ານ ກອງທັບ ສະຫະລັດອາເມຣິກາ ໄດ້ມີແຜນຍຸບກອງລົດຕັງທັງໝົດພາຍໃນປີ 2021.

     ພ້ອມນັ້ນ, ຍັງມີການຄາດການວ່າຈະມີທະຫານໃນໜ່ວຍລົດຕັງຫຼາຍກວ່າ 1.300 ຄົນທີ່ໄດ້ຮັບຜົນກະທົບລວມໄປເຖິງໜ່ວຍລົດຫຸ້ມເກາະ, ໜ່ວຍທະຫານຊ່າງແສງ
ແລະ ໜ່ວຍສະໜັບສະໜູນທີ່ກ່ຽວຂ້ອງກັບລົດຕັງຕ່າງໆ ເຊັ່ນດຽວກັນ.

     ການປັບປຸງໂຄງສ້າງໃນຄັ້ງນີ້, ເປັນການປັບປຸງເພື່ອໃຫ້ສອດຄອງກັບນະໂຍບາຍການປັບປຸງກອງທັບ ປີ 2023 ​ໂດຍໄດ້ມີການປະເມີນວ່າຈະມີ​ໄພ​ຄຸກ​ຄາມ​ຕາມ​ມາ
ເຊິ່ງສະຫະລັດອາເມຣິກາ ຈະຕ້ອງ​ໄດ້ປະເຊີນກັບ​ໄພ​ຄຸກ​ຄາມເຊັ່ນ ພື້ນທີ່ເຂດ ປາຊີຟິກ ທີ່ມີລັກສະນະເປັນເກາະດອນບໍ່ເໝາະສົມກັບການໃຊ້ ລົດຫຸ້ມ ເກາະໜັກຫຼາຍປະກາດ
ລວມໄປເຖິງຄວາມຫຍຸ້ງຍາກໃນການຂົນສົ່ງລົດຕັງໄປ-ມາ ລະຫວ່າງພື້ນທີ່ທາງທະເລ.