ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ກຽມ​ໃຊ້ໝວກກັນ​ກະທົບ​ແບບ​ໃໝ່ສຳລັບ​ເຄື່ອງ​ບິນ​ຂັບ​ໄລ່


ໝວກກັນ​ກະທົບ​ແບບ​ໃໝ່ສຳລັບ​ນັກ​ບິນເຄື່ອງ​ບິນ​ຂັບ​ໄລ່​ເຄື່ອງ

     ກອງທັບອາກາດ ຣັດເຊຍ ຈະເລີ່ມນໍາໃຊ້ໝວກນັກບິນແບບໃໝ່ສໍາລັບເຮືອບິນຂັບໄລ່ຕະກຸນ Mig ພາຍໃນປີ 2021 ເຊິ່ງໝວກນັກບິນລຸ້ນໃໝ່ດັ່ງກ່າວນີ້ ຜະລິດໂດຍ
ບໍລິສັດ ອີເລັກໂຕຣນິກ ຂອງ ຣັດເຊຍ ເປັນໝວກນັກບິນແບບ helmet-mounted target acquisition and display (HMD) ທີ່ໄດ້ຮັບການອອກແບບໃນການ
ຊ່ວຍຊີ້ເປົ້າໝາຍ ແລະ ສະແດງຜົນຂອງຂໍ້ມູນຕ່າງໆ ໄດ້ຢ່າງມີປະສິດທິພາບ ໂດຍນັກ ບິນບໍ່ຕ້ອງເບິ່ງຜ່ານຈໍ (HMD) ນອກຈາກນີ້ຍັງສາມາດໃຊ້ງານໄດ້ທັງເວລາກາງເວັນ
ແລະ ກາງຄືນ, ທາງບໍລິສັດ ອີເລັກໂຕຣນິກ ໄດ້ມີການຜະລິດໝວກນັກບິນແບບ HMD ລຸ້ນໃໝ່ ແລະ ເລີ່ມສົ່ງມອບໃຫ້ກອງທັບອາກາດ ຣັດເຊຍ ເພື່ອໃຊ້ງານກັບ​ເຄື່ອງບິນ
ຂັບໄລ່ຕະກຸນ SU ເຊັ່ນ: SU-27SM-3 ,SU-30SM ແລະ SU-35S ຕັ້ງແຕ່ປີ 2016 ເພື່ອນໍາມາທົດແທນໝວກນັກບິນລຸ້ນ Sura ທີ່ ຣັດເຊຍ ນໍາມາໃຊ້ງານໃນ
ປັດຈຸບັນ.

     ເຮືອບິນຂັບໄລ່ຕະກຸນ Mig ເຊິ່ງຄາດການວ່າຈະໄດ້ຮັບການຕິດຕັ້ງນັ້ນ ແລະ ນໍາມາໃຊ້ຈະມີພຽງ​ແຕ່​ເຄື່ອງບິນຂັບໄລ່ Mig-29,Mig-31 ແລະ Mig-35 ​ເທົ່າ​ນັ້ນ.