ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍລະ​ມັນ ​ພັດທະນາ​ຍົກ​ລະດັບ​ ລົດ​ຫຸ້ມ​ເກາະ


ລົດຫຸ້ມເກາະ

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ກອງທັບເຢຍລະມັນ ກໍາລັງພັດທະນາ ລົດຫຸ້ມເກາະລໍາ ລຽງພົນ Boxer ພາຍໃຕ້ໂຄງການພັດ
ທະນາ ລົດຫຸ້ມເກາະ ລຸ້ນໃໝ່ LAND 400 Phase 2 ບົນພື້ນຖານໂຄງສ້າງແບບລົດຕັງ.

     ເຈົ້າໜ້າທີ່ທາງການທະຫານຂັ້ນສູງຂອງ ເຢຍລະມັນຄາດ ວ່າການພັດທະນາ ລົດຫຸ້ມເກາະລຸ້ນ ໃໝ່ແມ່ນໄດ້ເລີ່ມຕົ້ນມາແຕ່ປີ 2019 ຄາດວ່າຈະໃຫ້ສໍາເລັດ ແລະ
ນໍາເຂົ້າປະຈໍາການໃນ ກອງທັບ ຕົນໃນປີ 2024.

     ໂຄງສ້າງຂອງ ລົດຫຸ້ມເກາະລຸ້ນ Boxer ມີຄວາມຍາວ 7,9 ແມັດ, ກວ້າງ 2,99 ແມັດ, ສາມາດແລ່ນຕໍ່ເນື່ອງໄດ້ 800 ກິໂລແມັດ, ປະກອບດ້ວຍປືນ MK30 ຂະ
ໜາດ 30 ມມ, ປືນກົນອັດຕະໂນມັດຂະໜາດ 12,7 ມມ ນອກຈາກນັ້ນ, ຍັງມີການຕິດຕັ້ງ ລູກສອນໄຟລຸ້ນ MELLS ທີ່ສາມາດຍິງທໍາລາຍບັນດາລົດຕັງທີ່ທັນສະ
ໄໝຊັ້ນນໍາຂອງໂລກໄດ້.