ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົສຕຣາລີ​ ເລືອກ​ຊື້ຍົນ​ບໍ່​ມີ​ຄົນ​ຂັບ UAV MQ- 9B SkyGuardian


ຍົນບໍ່​ມີ​ຄົນ​ຂັບ UAV MQ- 9B SkyGuardian

     ຕາມຂ່າວຈາກ ເວັບໄຊໜັງສືພິມກອງທັບ ປະຊາຊົນຫວຽດນາມ ລາຍງານໃນວັນທີ 6 ທັນວາ ນີ້ວ່າ: ກະຊວງປ້ອງກັນປະເທດ ອົສຕຣາລີ ຈະຊື້ຍົນສືບຂ່າວໂຈມຕີ
ບໍ່ມີຄົນຂັບ UAV MQ- 9B SkyGuardian ຈາກສະ ຫະລັດອາເມຣິກາ.

     ທ່ານນາງ Linda Rey nolds ລັດຖະມົນຕີ ກະຊວງປ້ອງກັນປະເທດ ອົສຕຣາລີ ໄດ້ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ອົສຕຣາລີ ໄດ້ຢືນໜັງສືສະເໜີແຜນການດັ່ງ
ກ່າວຕໍ່ລັດຖະບານ ເພື່ອຂໍງົບປະມານຂອງປີ 2021-2022 ເພື່ອເຊັນສັນຍາຊື້ຍົນສືບຂ່າວໂຈມຕີບໍ່ມີຄົນຂັບ UAV MQ-9B SkyGuardian ເຊິ່ງ ຕາມສັນຍາຈະໃຊ້ງົບ
ປະມານ 900 ລ້ານໂດລາສະຫະລັດ.

     ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອົສຕຣາລີ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ຍົນ UAV MQ-9B SkyGuardian ສາມາດປະຕິບັດໜ້າທີ່ຮ່ວມກັບຍົນສູ້ຮົບ F-35
ເພື່ອເພີ່ມປະສິດທິພາບໃນການສູ້ຮົບຂອງກອງທັບອາກາດ ອົສຕຣາລີ ໃນອານາຄົດ.

     ໃນຄະນະດຽວກັນ ທ່ານ Me lissa Price ຫົວໜ້າ ອຸດສະຫະກໍາ ກະຊວງປ້ອງກັນປະເທດ ອົສຕຣາລີ ກໍໄດ້ຮຽກຮ້ອງໃຫ້ບັນດາທຸລະກິດປ້ອງກັນປະເທດ ພາຍໃນປະ
ເທດເຂົ້າຮ່ວມການປະມູນ ເພື່ອຜະລິດບັນດາລະບົບເອເລັກໂຕຣນິກ ທີ່ທັນສະໄໝທີ່ຈະປະກອບໃຫ້ແກ່ຍົນສືບຂ່າວໂຈມຕີບໍ່ມີຄົນຂັບຮຸ່ນໃໝ່ເຊັ່ນ: ລະບົບ ເຊັນເຊີ ແລະ ລະ
ບົບສື່ສານ.