ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຕ້ຫວັນຈະ​ສ້າງ​ ກຳ​ປັ່ນດຳນ້ຳ ລໍາທໍາອິດ​ໃນ​ປະ​ເທດ

     ເມື່ອບໍ່ດົນມານີ້ ກອງທັບເຮືອ ໄຕ້ຫວັນ ໄດ້ປະກາດການສ້າງ ກຳ​ປັ່ນດໍານໍ້າ ໂຈມຕີພະລັງງານ ດີເຊວ-ໄຟຟ້າ ລໍາທໍາອິດ ຂອງຕົນ ທີ່ອອກແບບ ແລະ
ພັດທະນາ ໃນປະເທດ ເຊິ່ງຈະໄດ້ເລີ່ມສ້າງໃນທ້າຍເດືອນ ພະຈິກ 2020 ນີ້.

     ບໍລິສັດ CSBC ຜູ້ສ້າງເຮືອກ່າວວ່າ: ບໍລິສັດ ມີຄວາມພ້ອມ ຈະລົງມືສ້າງເຮືອດໍານໍ້າ ລໍາທໍາອິດ ຂອງ ໄຕ້ຫວັນ ຈາກທັງໝົດ 8 ລໍາ ຕາມແຜນການ
ທີ່ວາງໄວ້. ຕາມສື່ໄຕ້ຫວັນລາຍງານວ່າ: ກຳ​ປັ່ນ ລໍາທໍາອິດ ນີ້ ຈະສ້າງສໍາເລັດໃນ ປີ 2024 ແລະ ມີກໍານົດເຂົ້າປະຈໍາການໃນປີ 2025. ທັງນີ້, ແຜນການ
ດັ່ງກ່າວ ໄດ້ມີການລົງນາມລະຫວ່າງບໍລິສັດ CSBC ແລະ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີຂອງ ໄຕ້ຫວັນ ແຕ່ປີ 2017 ເພື່ອອອກແບບ ແລະ
ສ້າງເຮືອດໍານໍ້າໂຈມຕີດັ່ງກ່າວ.

     ປັດຈຸບັນ ໄຕ້ຫວັນ ມີກຳ​ປັ່ນດໍານໍ້າປະຈໍາການຢູ່ແລ້ວ 2 ລໍາໃຊ້ສໍາລັບການຫັດແອບທີ່ເຄີຍປະຈໍາການ ໃນກອງທັບເຮືອ ສະຫະລັດ ຕັ້ງແຕ່ສະໄໝສົງ
ຄາມໂລກຄັ້ງທີ 2 ມາ ເຖິງ ປັດຈຸບັນ ກ​ຳປັ່ນ ລຸ້ນດັ່ງກ່າວ ຖືວ່າເປັນກຳ​ປັ່ນດໍານໍ້າ ທີ່ຫຼ້າສະໄໝທີ່ສຸດ. ທັງນີ້ເຮືອລໍາໃໝ່ ທີ່ກໍາລັງສ້າງ ທາງກອງທັບເຮືອ ໄຕ້
ຫວັນ ບໍ່ໄດ້ເປີດເຜີຍຂໍ້ມູນກ່ຽວກັບອາວຸດ ແລະ ສະມັດຕະພາບຂອງເຮືອ.