ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບອາກາດ ຕວ໊ກກີ ເລີ່ມເຂົ້າ ຮ່ວມການອົບຮົມລະບົບລູກສອນໄຟປ້ອງກັນອາກາດ


     ສຳນັກຂ່າວຊິນຮວາ ລາຍງານ ໃຫ້ຮູ້ວ່າ: ວັນທີ 4 ກັນຍາ 2019 ກະຊວງປ້ອງກັນປະເທດ ຕວ໊ກກີໄດ້ປະກາດເອົາພະນັກງານ ກອງທັບ ອາກາດຂອງ ຕວ໊ກກີ ເລີ່ມເຂົ້າ
ຮ່ວມການເຝິກອົບຮົມລະບົບລູກສອນໄຟປ້ອງກັນອາກາດ S-400 ທີ່ຜະລິດໂດຍຣັດເຊຍ.

     ກະຊວງປ້ອງກັນປະເທດ ຕວ໊ກກີໄດ້ອອກຖະແຫຼງການໃນມື້ດຽວກັນວ່າ: ການເຝິກອົບຮົມລະບົບລູກສອນໄຟປ້ອງກັນອາກາດ S-400 ໄດ້ດຳເນີນທີ່ເມືອງ Gatchina
ຂອງ ຣັດເຊຍ ແລະ ພະນັກງານກອງບັນຊາການ ກອງທັບອາກາດ ຕວ໊ກກີ ໄດ້ເຂົ້າຮ່ວມການເຝິກຊ້ອມ.

     ຫົວໜ້າ ພະແນກອຸດສາຫະກຳ ປ້ອງກັນຊາດ ຂອງ ຕວ໊ກກີ ທ່ານ Ismail Demir ກ່າວໃນມື້ດຽວກັນວ່າ: ການຈັດສົ່ງອຸປະກອນເສີມທີ່ກ່ຽວຂ້ອງສຳລັບລະບົບລູກ
ສອນໄຟປ້ອງກັນ ອາກາດ S-400 ຈະສຳເລັດໃນທ້າຍເດືອນນີ້ ແລະ ການຕິດຕັ້ງຈະໃຫ້ສຳເລັດໃນທ້າຍປີນີ້ ໂດຍຄຳນຶງເຖິງຄວາມກ່ຽວຂ້ອງສຳລັບການເຝິກອົບຮົມ ແລະ
ເລື່ອງອື່ນໆ. ລະບົບດັ່ງກ່າວຈະດຳເນີນງານໄດ້ຢ່າງເຕັມສ່ວນໃນ ເດືອນ ເມສາ 2020.

     ຕວ໊ກກີໄດ້ເຊັນສັນຍາຂໍ້ຕົກລົງກັບ ຣັດເຊຍ ໃນປີ 2017 ເພື່ອຊື້ລະບົບລູກສອນໄຟປ້ອງກັນອາກາດ S-400 ຈຳນວນ 4 ຊຸດ.

     ສະຫະລັດ ແລະ ບັນດາປະເທດໃນກຸ່ມ NATO ໄດ້ກ່າວເຕືອນ ຕວ໊ກກີ ຊໍ້າແລ້ວຊໍ້າອີກວ່າບໍ່ໃຫ້ຊື້ລະບົບ ຣັດເຊຍ ນີ້ຂອງ ຣັດເຊຍ ແລະ ເຊື່ອວ່າລະບົບດັ່ງກ່າວບໍ່ເໝາະ
ສົມກັບລະບົບອາວຸດຂອງ NATO, ອາດຈະຊ່ວຍໃຫ້ ຣັດເຊຍ ຊອກຄົ້ນຫາ ແລະ ຕິດຕາມເຮືອບິນສູ້ຮົບ F-35 ຂອງ ສະຫະລັດ ແລະ ພັນທະມິດໃນ ອະນາຄົດ. ແຕ່ຝ່າຍ
ຕວ໊ກກີ ຮຽກຮ້ອງໃຫ້ປະຕິບັດຕາມສັນຍາກັບ ຣັດເຊຍ ແລະ ເຊື່ອວ່າການຊື້ລະບົບລູກສອນໄຟປ້ອງກັນອາກາດ S-400 ແມ່ນບັນຫາທີ່ຢູ່ໃນອະທິປະໄຕຂອງ ຕວ໊ກກີ ແລະ
ປະເທດອື່ນໆ ກໍບໍ່ມີສິດທີ່ຈະແຊກແຊງ.