ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ສັ່ງຊື້ເຮືອບິນຮົບຈາກ ລັດ​ເຊຍ


ເຮືອບິນຮົບຈາກ ລັດ​ເຊຍ

     ສຳນັກຂ່າວ AP ລາຍງານຕາມຖະແຫຼງການຂອງ ກະຊວງປ້ອງກັນປະເທດ ອິນເດຍ ເມື່ອ ວັນພະຫັດຜ່ານມາເປີດເຜີຍລະບຸວ່າ: ການສັ່ງຊື້ ເຮືອບິນຮົບລຸ້ນມິກ-29
ຈຳນວນ 21 ລຳ ແລະ ລຸ້ນ ຊູ-30 ເອັມເຄໄອຈຳນວນ 12 ລຳລວມທັງການປັບປຸງສະມັດທະພາບມິກ-29 ທີ່ມີຢູ່ 59 ລຳ, ເພື່ອເສີມຂີດຂັ້ນສະມັດທະພາບການສູ້ຮົບຂອງ
ຝູງບິນກອງທັບອາກາດ ອິນເດຍ ເຮືອບິນສູ້ຮົບ ທີ່ຊື້ໃໝ່ ແລະ ລະບົບຂີປະນາວຸດ ເສີມຈະຜະລິດໃນອິນເດຍ ແລະ ຈະນຳເຂົ້າປະຈຳການໃນຝູງບິນ ກອງທັບບົກ ແລະ ກອງ
ທັບເຮືອ ດ້ວຍ.

     ຖະແຫຼງການກ່າວອີກວ່າ: ການເສີມຂີດຂັ້ນປ້ອງກັນປະເທດຂອງ ອິນເດຍ ເປັນຄວາມຈໍາເປັນ ສໍາລັບປົກປ້ອງເຂດແດນ ແລະ ເປັນການຕອບສະໜອງຕໍ່ນະໂຍບາຍ ອິນ
ເດຍ ເພິ່ງພາຕົນເອງຂອງ ທ່ານ ເຣນທຣາ ໂມດີ ນາຍົກ ລັດຖະມົນຕີອິນເດຍ. ການປະກາດຂອງ ກະຊວງປ້ອງກັນປະເທດ ມີຂຶ້ນຫຼັງຈາກ ທ່ານ ໂມດີ ໄດ້ໂທລະສັບສະແດງ
ຄວາມຍິນດີກັບ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ, ເຊິ່ງຜົນການລົງປະຊາມະຕິປະຕິຮູບລັດຖະທຳມະນູນເຮັດໃຫ້ ທ່ານ ປູຕິນ ສາມາດຄອງອຳນາດຕໍ່ໄປ
ຈົນເຖິງປີ 2026, ຄວາມສຳພັນລະຫວ່າງ ຈີນ ກັບ ອິນເດຍ ປະເທດທີ່ມີປະຊາກອນຫຼາຍເປັນອັນດັບ1 ແລະ 2 ຂອງໂລກຕ່າງກໍມີ ອາວຸດນິວເຄລຍ ໄດ້ຕົກຕໍ່າລົງໃນໄລຍະ
ຫຼາຍອາທິດທີ່ຜ່ານມາ ຫຼັງເກີດການປະທະກັນຢ່າງຮຸນແຮງລະຫວ່າງກໍາລັງທະຫານຂອງທັງ 2 ຝ່າຍທີ່ປະຈຳການຢູ່ຕາມແນວເຂດແດນເທິງພູເຂົາຫິມະໄລເມື່ອຄືນວັນທີ່
15 ມິຖຸນາທີ່ ຜ່ານມາ ເຊິ່ງເຮັດໃຫ້ທະຫານ ອິນເດຍ ເສຍຊີວິດ 20 ຄົນບາດເຈັບ 76 ຄົນ. ສ່ວນຝ່າຍ ຈີນ ກໍມີສູນເສຍເຊັ່ນກັນແຕ່ບໍ່ເປີດເຜີຍຈໍານວນຕົວເລກ, ຣັດເຊຍ
ເປັນພັນທະມິດກັບ ອິນເດຍ ຕັ້ງແຕ່ຍຸກສົງຄາມເຢັນ ແລະ ປັດຈຸບັນຍັງຄົງເປັນປະເທດຜູ້ ຂາຍອາວຸດຍຸດໂທປະກອນໃຫ້ ອິນເດຍ ລາຍໃຫຍ່ສຸດ ໃນປີ 2018 ອິນເດຍ ລົງ
ນາມຂໍ້ຕົກລົງສັ່ງຊື້ ລະບົບຂີປະນາວຸດເອສ-400 ຈາກ ຣັດເຊຍ ມູນຄ່າ 5.400 ລ້ານໂດລາ ແມ່ນວ່າຈະຖືກຄັດ ຄ້ານຢ່າງໜັກ ແລະ ຖືກຂູ່ຂວ້ຳບາດຈາກ ອາເມຣິກາ.