ລົດຈັກບິນໄດ້ຈະເປັນພາຫະນະສຳຄັນຂອງຕຳຫຼວດດູໄບ
ລົດຈັກບິນໄດ້ຂອງຕຳຫຼວດດູໄບໃນອານາຄົດ
ໃນອານາຄົດບັນດາລົດຈັກທີ່ສາມາດທັງແລ່ນເທິງຖະໜົນ ແລະ ທັງບິນໄດ້ເທິງອາກາດຈະເປັນພາຫະນະສໍາຄັນສໍາລັບຕໍາຫຼວດ ດູໄບ ຂອງປະເທດອາຣັບເອມິເຣດໃນ
ການປະຕິບັດໜ້າທີ່ໃນເຂດກັນດານ.
ໃນງານວາງສະແດງເທັກໂນໂລຢີ GITEX ບໍລິສັດ Hoversurf ຂອງສະຫະລັດນໍາເອົາລົດຈັກສາມາດບິນໄດ້ທີ່ມີຊື່ວ່າ S3 2019 Hover bike ມານໍາສະເໜີ.
ລົດດັ່ງກ່າວສາມາດບິນຂຶ້ນລົງຊື່ໄດ້ແບບເຮລີກົບແຕ ( eVTOL ) ໂດຍໃຊ້ເຄື່ອງຈັກໄຟຟ້າ. ພາຍຫລັງເຊັນສັນຍາກັບດູໄບເມື່ອປີ 2017, ທາງບໍລິສັດ Hoversurf
ກໍໄດ້ມອບລົດຕົ້ນແບບ S3 2019 ຄັນທໍາອິດໃຫ້ແກ່ດູໄບ. ປັດຈຸບັນຕໍາຫຼວດກໍາລັງເຝິກຊ້ອມບັນຊາລົດທັນສະໄໝນີ້ຢູ່.
ທ່ານ ຄາລິດ ນາເຊີອານຣາຊູກີ ຫົວໜ້າກົມສະໝອງທຽມຂອງຕໍາຫຼວດ ດູໄບ ໃຫ້ຮູ້ວ່າ: ລົດຈັກທີ່ບິນໄດ້ນີ້ຈະຊ່ວຍໃຫ້ເຈົ້າໜ້າທີ່ຕໍາຫຼວດເຂົ້າເຖິງບ່ອນທີ່ລົດທໍາມະ
ດາບໍ່ສາມາດເຂົ້າເຖິງໄດ້ໃນກໍລະນີເກີດເຫດສຸກເສີນ. ທ່ານຄາດວ່າຈະສາມາດນໍາລົດຊະນິດນີ້ມາປະຕິບັດວຽກຕົວຈິງໃນປີ 2020. ປັດຈຸບັນຕໍາຫຼວດ 2 ຈຸກໍາລັງເຝິກຂັບ
ລົດດັ່ງກ່າວ ແລະ ຈະເພີ່ມປະລິມານຂຶ້ນອີກ. ລົດບິນໄດ້ນີ້ມີລາຄາປະມານ 150.000 ໂດລາຕໍ່ 1 ຄັນ, ມີນໍ້າໜັກ 114 ກິໂລກຣາມ, ໃຊ້ຖ່ານສາກທີ່ສາມາດບິນໄດ້ 40
ນາທີໃນກໍລະນີບໍ່ມີຄົນຂັບ, ແຕ່ໃນກໍລະນີມີຄົນຂັບຈະບິນໄດ້ແຕ່ 10-25 ນາທີຂຶ້ນຢູ່ກັບນໍ້າໜັກຂອງນັກບິນ ແລະ ສະພາບອາກາດ.