ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ນຳ​ລົດ​ຖັງ​ເບົາ ​ແບບ-15 ​ເຂົ້າ​ປະຈຳ​ໃນ​ເຂດ​ຊິນ​ຈຽງ


ລົດຖັງເບົາ Type-15

     ເມື່ອບໍ່ດົນມານີ້, ໂທລະພາບ CCTV ຂອງຈີນລາຍງານວ່າ: ລົດຖັງເບົາ Type-15 ທີ່ຜະລິດໂດຍ ລັດວິສາຫະກິດອຸດສາຫະກໍາ ຄວາມໝັ້ນຄົງຈີນ
ໄດ້ນໍາເຂົ້າປະຈໍາການຢ່າງເປັນທາງການໃນ ກອງບັນຊາການທະຫານ ຊິນຈຽງ ກອງທັບປົດປ່ອຍປະຊາຊົນຈີນ.

     ທັງນີ້, ບໍ່ມີການເປີດເຜີຍຂໍ້ມູນລະອຽດກ່ຽວກັບຈໍານວນລົດຖັງ ເບົາ Type-15 ທີ່ຖືກຈັດຫາສໍາລັບກອງບັນຊາການທະຫານຊິນຈຽງ, ແຕ່ຈາກການ
ເປີດເຜີຍທາງໂທລະພາບສະແດງໃຫ້ເຫັນວ່າ: ລົດຖັງມີປະມານ 10 ຄັນ ທີ່ຖືກລໍາລຽງໄປຍັງສະໜາມຫັດແອບໃນ ຊິນຈຽງ ທັງນີ້, ກໍເພື່ອເພີ່ມຄວາມສາ
ມາດໃນການສູ້ຮົບຂອງກອງທັບທີ່ປະຕິບັດໃນພື້ນທີ່ດັ່ງກ່າວ.

     Type-15 ຖືກອອກແບບໃຫ້ ເຂົ້າກັບສະພາບພູມີປະເທດໃນເຂດ ຊິນຈຽງ ເພາະເຂດດັ່ງກ່າວເປັນພູຜາ, ໜ້າດິນເປັນບ່ອນລຸບບ່ອນໂນນ. ສ່ວນອາ
ວຸດຫຼັກຂອງລົດແມ່ນປືນໃຫຍ່ 105 ມມ ທີ່ເລັງເປົ້າດ້ວຍລະບົບເລເຊີ ທີສາມາດເຈາະທະລຸເກາະໜາເຖິງ 5 ຊັງຕີແມັດ.