ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລູກສອນໄຟ Agni-V ຈະນໍາເຂົ້າປະຈໍາການໃນກອງທັບ ອິນເດຍ ໃນມໍ່ໆນີ້


ລູກສອນໄຟ Agni-V ຂອງອິນເດຍ

     ຕາມຂ່າວຈາກ ຫວຽດນາມ ໃຫ້ຮູ້ວ່າ: ລູກສອນໄຟຂ້າມທະວີບ Agni-V ຈະນໍາເຂົ້າປະຈໍາການໃນກອງທັບ ອິນເດຍ ຢ່າງເປັນທາງການໃນມໍ່ໆນີ້.

     ອີງຕາມແຈ້ງການຂອງ ກະຊວງປ້ອງກັນປະເທດ ອິນເດຍ ໄດ້ໃຫ້ຮູ້ວ່າ: ການຜະລິດ ລູກສອນໄຟ ລຸ້ນ Agni-V ໄດ້ສໍາເລັດຢ່າງເປັນທາງການເມື່ອ ເດືອນ ທັນວາ ປີ
2018 ທີ່ຜ່ານມາ, ປັດຈຸບັນ ລູກສອນໄຟ ລຸ້ນນີ້ຍັງຢູ່ໃນຂັ້ນຕອນການທົດລອງເພື່ອຈະນໍາເຂົ້າປະຈໍາການໃນກອງທັບອິນເດຍ.

     ລູກສອນໄຟ Agni-V ຜະລິດໂດຍອົງການຄົ້ນຄວ້າ ແລະ ພັດທະນາອຸປະກອນປ້ອງກັນປະເທດ ຂອງອິນເດຍ (DRDO), ມີນໍ້າໜັກປະມານ 50 ໂຕນ, ສາມາດບັນ
ຈຸຫົວ ລູກສອນໄຟນິວເຄລຍ ຫຼື ຫົວຮົບທໍາມະດາທີ່ມີນ້ຳໜັກ 1,5 ໂຕນ. ຄວາມສາມາດຍິງໄກ 5.000 ຫາ 5.800 ກິໂລແມັດ ( ສ່ວນຂໍ້ມູນລາຍລະອຽດຍັງຖືກຮັກ
ສາໄວ້ເປັນຄວາມລັບ ).

     ນອກຈາກນີ້ ອິນເດຍ ຍັງໄດ້ພັດທະນາຫົວຮົບນໍາວິຖີ (MIRV) ເພື່ອເພີ່ມປະສິດທິພາບການທໍາລາຍໃຫ້ລູກສອນໄຟ Agni-V ໂຈມຕີເປົ້າໝາຍກ່ອນລະບົບປ້ອງກັນ
ອາກາດ ຂອງຝ່າຍກົງກັນຂ້າມຈະເຮັດວຽກ.

     ທ່ານ ສາດສະດາຈານ ສະວາ ລານ ຊິງ ຂອງມະຫາວິທະຍາໄລ ຈາວາຣາໂລ ເນລູ ຂອງອິນເດຍ ໄດ້ກ່າວວ່າ: ລູກສອນໄຟ Agni-V ແມ່ນອາວຸດຍຸດທະສາດ ແລະ
ເປັນອາວຸດຊະນິດໜຶ່ງທີ່ມີຄວາມທັນສະໄໝທີ່ສຸດໃນປັດຈຸບັນຂອງ ອາຊີໃຕ້.